ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ສິງຫາ ຜ່ານມາຢູ່ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານປະເທດ ຫວຽດນາມ ຫົວໜ້າອະນຸກຳມະການບຸກຄະລາກອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກເປັນປະທານກອງປະຊຸມຄັ້ງທີ 2 ຂອງອະນຸກຳມະການ. ເຂົ້າຮ່ວມກອງປະຊຸມມີທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ.
ຂ່າວລະບຸວ່າ: ໃນກອງປະຊຸມ, ບັນດາສະມາຊິກໃນອະນຸກຳມະການໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບເນື້ອໃນຮ່າງເອກະສານວ່າດ້ວຍວຽກງານບຸກຄະລາກອນ ຂອງພັກ. ທ່ານ ໂຕເລິມ ກ່າວຄຳເຫັນສະຫຼຸບກອງປະຊຸມວ່າ: ຕ້ອງເປັນເອກະພາບກ່ຽວກັບຄວາມຮັບຮູ້ລະດັບຄວາມສຳຄັນໃນວຽກງານພະນັກງານ ແລະ ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ພ້ອມທັງສືບທອດແນວຄິດ, ການກຳນົດທິດໃຫຍ່ ແລະ ລະອຽດຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງອະດີດຫົວໜ້າອະນຸກຳມະການບຸກຄະລາກອນ ຢູ່ກອງປະຊຸມຄັ້ງທີ 1. ພິເສດ ຕ້ອງຖືໝາກຜົນຂອງການສະຫຼຸບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງຊຸດທີ XIII ເປັນພື້ນຖານສຳຄັນເພື່ອສ້າງທິດທາງບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ຖືຜົນປະໂຫຍດຂອງພັກ, ຂອງປະເທດຊາດ, ຊົນຊາດ, ປະຊາຊົນເໜືອກວ່າສິ່ງໃດໝົດ.