​ຂ່າວ​ສານ​ຊີ​ອາ​ໄອລາຍງານ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ: ກອງປະຊຸມໃຫຍ່ຫຸ່ນຍົນໂລກ 2024 ໄດ້ເປີດຂຶ້ນໃນວັນທີ 21 ສິງຫາ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ແລະ ຈະດຳເນີນໄປເປັນເວລາ 5 ວັນ. ກອງປະຊຸມໃນຄັ້ງນີ້ມີຫົວຂໍ້ວ່າ: “ຮ່ວມກັນບົ່ມເພາະກຳລັງການຜະລິດໃນຄຸນນະພາບໃໝ່ ຮ່ວມກັນຊົມໃຊ້ອະນາຄົດແບບອັດສະລິຍະ”. ໃນໄລຍະຈັດກອງປະຊຸມດັ່ງກ່າວຍັງຈະຈັດເວທີປຶກສາຫາລື, ງານວາງສະແດງ, ການແຂ່ງຂັນ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງ, ຜະລິດຕະພັນຫຸ່ນຍົນແບບປະດິດສ້າງໃໝ່ ແລະ ຮູບແບບໃໝ່ໃນການນຳໃຊ້ຫຸ່ນຍົນຈະພາກັນຖືກແນະນຳຕົວໃນງານເຫຼົ່ານີ້.
ກອງປະຊຸມໃຫຍ່ຫຸ່ນຍົນໂລກ 2024 ປະກອບດ້ວຍ 3 ພາກສ່ວນຄື: ເວທີປຶກສາຫາລື, ງານວາງສະແດງ ແລະ ການແຂ່ງຂັນ. ສ່ວນງານວາງສະແດງແມ່ນເນັ້ນໃສ່ການປະດິດສ້າງໃໝ່ດ້ານເຕັກນິກ ແລະ ປະສິດທິຜົນຂອງການນຳໃຊ້, ວິສາຫະກິດ 169 ແຫ່ງຈະວາງສະແດງຜະລິດຕະພັນປະດິດສ້າງໃໝ່ 600 ກວ່າອັນ. ຫຸ່ນຍົນທີ່ຄືກັບມະນຸດຈະຖືກແນະຕົວໃນງານວາງສະແດງໃນຄັ້ງນີ້ ຊຶ່ງເປັນສະຖິຕິສູງສຸດໃນປະຫວັດສາດ.