ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ສິງຫາ ຜ່ານມາ, ຫ້ອງການບໍລິຫານອັກຄີໄພ ແລະ ໄພພິບັດຂອງຍີ່ປຸ່ນ ລາຍງານວ່າ: ຈໍານວນປະຊາຊົນທີ່ຖືກນຳສົ່ງໂຮງໝໍ ເນື່ອງຈາກໂຣກລົມແດດ ຫຼື Heatstroke ໃນເດືອນກໍລະກົດ ຜ່ານມາ ມີ43.195 ຄົນ ຊຶ່ງເພີ່ມຂຶ້ນປະມານ 20% ເມື່ອທຽບເປັນປີຕໍ່ປີ.
ບົດລາຍງານລະບຸວ່າ: ໂຕເລກດັ່ງກ່າວຖືເປັນສະຖິຕິປະຈຳເດືອນກໍລະກົດທີ່ສູງທີ່ສຸດອັນດັບທີ 2 ນັບຕັ້ງແ​​ຕ່ເລີ່ມຕົ້ນບັນທຶກຂໍ້ມູນ ໃນປີ 2008,ໂດຍສະຖິຕິສູງສຸດອັນດັບໜຶ່ງຄືເດືອນກໍລະກົດ ປີ 2018 ຊຶ່ງມີປະຊາຊົນຖືກນຳສົ່ງໂຮງໝໍເພາະໂຣກລົມແດດ ຈຳນວນ 54.220 ຄົນ.
ທັງນີ້, ຍີ່ປຸ່ນ ປະເຊີນກັບອາກາດຮ້ອນແຮງໃນເດືອນກໍລະກົດ ອຸນຫະພູມໃນຫຼາຍພື້ນທີ່ເພີ່ມສູງເກີນ 35 ອົງສາ ຊຶ່ງເຮັດໃຫ້ປະຊາຊົນເສຍຊີວິດຈາກໂຣກລົມແດດ 62 ຄົນ.
ລາຍ​ງານກ່າວຕື່ມວ່າ: ປະຊາຊົນທີ່ຖືກ​ນຳ​ສົ່ງ​ໂຮງໝໍເພາະ​ໂຣກ​ລົມ​ແດດ​ໃນ​ເດືອນ​ກໍ​ລະ​ກົດຜ່ານມາ ເປັນຜູ້ມີອາຍຸ 65 ປີຂຶ້ນໄປ ມີ 25.469 ຄົນ ແລະ ຖືກ​ນຳ​ສົ່ງຈາກບ້ານ 17.638 ຄົນ. ລວມເຖິງຄົນເຈັບໂຣກລົມແດດ ຂະນະທີ່ຍ່າງຢູ່ນອກເຮືອນ ຈຳນວນ 8.234 ຄົນ.