ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ສິງຫາ ຜ່ານມາຢູ່ ຈາກາກຕາ ປະເທດອິນໂດເນເຊຍໄດ້ຈັດກອງປະຊຸມລັດຖະມົນຕີປະຊາຄົມບໍ່ປ່ອຍອາຍພິດອາຊີ (AZEC) ຄັ້ງທີ 2, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ ແລະ ຜູ້ຕາງໜ້າທີ່ມາຈາກບັນດາປະເທດສະມາຊິກ AZEC (ລວມມີ: ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ, ຫວຽດນາມ, ຟີລິບປິນ, ກຳປູເຈຍ, ລາວ, ບຣູໄນ, ອົສຕຣາລີ ແລະ ຍີ່ປຸ່ນ) ເພື່ອປຶກສາຫາລືຄວາມພະຍາຍາມຂອງບັນດາປະເທດໃນການເດີນຕາມເປົ້າໝາຍການປ່ອຍອາຍພິດລົງເປັນ 0.
ຂ່າວລະບຸວ່າ: ໃນກອງປະຊຸມ, ທ່ານ ບາລີ ລາຫາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດ ອິນໂດເນເຊຍ ໄດ້ສະເໜີ 3 ຂໍ້ລິເລີ່ມສຳຄັນ ເພື່ອຊຸກຍູ້ວິວັດການຫັນປ່ຽນທິດມຸ່ງໄປເຖິງອະນາຄົດທີ່ບໍ່ປ່ອຍອາຍພິດ, ລວມມີພັດທະນາລະບົບພະລັງງານສີຂຽວ, ເພີ່ມທະວີການເຊື່ອມຕໍ່ຕາໜ່າງໄຟຟ້າພາກພື້ນ; ຊຸກຍູ້ລະບົບພາຫະນະຄົມມະນາຄົມໃໝ່ນຳໃຊ້ເຊື້ອເພີງແບບຍືນຍົງ.