ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ສິງຫາ ຜ່ານມາວ່າ: ລັດປີນັງ ປະເທດມາເລເຊຍ ເຕືອນປະຊາຊົນຫຼຸດປະລິມານການນໍາໃຊ້ນ້ຳ ຫຼັງຈາກລະດັບນ້ຳໃນເຂື່ອນຫຼຸດລົງຢ່າງຕໍ່ເນື່ອງຈາກສະພາບດິນຟ້າອາກາດປ່ຽນແປງ.
ປະຊາຊົນໃນລັດປີນັງໄດ້ຮັບຄຳເຕືອນໃຫ້ຫຼຸດປະລິມານການນໍາໃຊ້ນ້ຳລົງຍ້ອນຄວາມເປັນຫ່ວງວ່າ ອາດຈະເກີດການຂາດແຄນນ້ຳໃນພື້ນທີ່, ຫຼັງຈາກລະດັບນ້ຳໃນເຂື່ອນມີປະລິມານຫຼຸດລົງຫຼາຍ. ຂະນະທີ່ກ່ອນໜ້ານີ້ຄະນະກຳມະການບໍລິການນໍ້າແຫ່ງຊາດຂອງມາເລເຊຍໄດ້ສະເໜີໃຫ້ລັດຕ່າງໆຊອກຫາແຫຼ່ງນ້ຳແຫ່ງໃໝ່ເພື່ອປ້ອງກັນໄພແຫ້ງແລ້ງທີ່ອາດເກີດຈາກການປ່ຽນແປງຂອງດິນຟ້າອາກາດໃນໄວໆນີ້.ໂດຍໜຶ່ງໃນຂໍ້ແນະນຳເພື່ອການປະຢັດນ້ຳທີ່ມີການແບ່ງປັນຕໍ່ໆກັນກໍຄື: ການໃຫ້ປະຊາຊົນຫຼຸດຄວາມຖີ່ໃນການລ້າງລົດ ແລະ ປ່ຽນໄປໃຊ້ກະປ໋ອງຫົດນໍ້າຕົ້ນໄມ້ແທນສາຍຢາງ.
ໜ່ວຍງານບໍລິຫານຈັດການນ້ຳໃນລັດປີນັງ ລະບຸວ່າ: ຄວາມສາມາດໃນການຮອງຮັບນ້ຳຂອງເຂື່ອນໄຟຟ້າ Air Hitamແລະ TelukBahangຢູ່ທີ່ 27,6% ແລະ 25,2% ຕາມລຳດັບ ຊຶ່ງເຖິງວ່າຈະມີຝົນຕົກລົງມາໃນວັນທີ 1-10 ສິງຫາ ຜ່ານມາແຕ່ບໍ່ໄດ້ເພີ່ມປະລິມານນໍ້າໃນເຂື່ອນເທົ່າໃດ ເນື່ອງຈາກປະລິມານການອຸປະໂພກບໍລິໂພກຍັງຄົງເພີ່ມຂຶ້ນສູງ, ຢ່າງໃດກໍຕາມ ປະຊາຊົນຊາວປີນັງຈະໄດ້ຮັບຜົນກະທົບ 100% ເພາະປະຊາຊົນບາງສ່ວນຍັງຄົງອາໄສການໃຊ້ນໍ້າຈາກແມ່ນໍ້າອີກແຫ່ງ ນອກຈາກແມ່ນ້ຳໃນເຂື່ອນດ້ວຍ.