ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ສິງຫາ ຜ່ານມາ, ທ່ານ ຮັນຄລູຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳພາກພື້ນເອີຣົບໄດ້ຮຽກຮ້ອງໃຫ້ບັນດາປະເທດເອີຣົບ ແລະ ປະເທດອື່ນໆ ພ້ອມກັນສົມທົບບັນດາມາດຕະການເພື່ອສະກັດກັ້ນ, ຄວບຄຸມ ແລະ ລຶບລ້າງ ພະຍາດໝາກສຸກລີງ (mpox) ໃນຂອບເຂດທົ່ວໂລກ.
ຂ່າວລາຍງານວ່າ: ທ່ານ ຮັນຄລູໃຫ້ຮູ້ວ່າ: ເຖິງວ່າແມ່ນສາຍພັນໃໝ່ ຫຼື ເກົ່າກໍຕາມ, ພະຍາດໝາກສຸກລີງຈະບໍ່ຄ້າຍຄືກັນກັບການຮັບມືກັບພະຍາດໂຄວິດ - 19, ຍ້ອນອົງການສາທາລະນະສຸກບັນດາປະເທດໄດ້ຮູ້ວິທີເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ - 19 ແລ້ວ. ສະນັ້ນ, ຖືວ່າບັນດາປະເທດທີ່ພວມຮ່ວມແຮງຮ່ວມໃຈກັນເພື່ອສະກັດກັ້ນພະຍາດໝາກສຸກລີງໃນປັດຈຸບັນ ແລະ ໃນຊຸມປີຈະມາເຖິງຈະແມ່ນສິ່ງທົດສອບທັງເອີຣົບ ເວົ້າສະເພາະ ແລະ ໂລກເວົ້າລວມກ່ຽວກັບການຮັບມືກັບໂຣກລະບາດ.
ໃນວັນທີ 15 ສິງຫາ ຜ່ານມາ, ອົງການສາທາລະນະສຸກ ຊູແອັດ ຢັ້ງຢືນວ່າ, ໄດ້ກວດພົບກໍລະນີທຳອິດຕິດສາຍພັນໃໝ່ “clade Ib”ກໍ່ໃຫ້ເກີດພະຍາດໝາກສຸກລີງຢູ່ປະເທດເອີຣົບ. ນີ້ແມ່ນກໍລະນີທຳອິດຢູ່ນອກອາຟຣິກາ ຕິດສາຍພັນໃໝ່ຂອງພະຍາດໝາກສຸກລີງ.