ໂດຍ: ບຸນຕອມ
ສະຫະພັນ​ກຳມະບານເມືອງ​ນ້ຳ​ບາກ ແຂວງຫຼວງພະບາງໄດ້​ເຄື່ອນ​ໄຫວ​ໂຄສະນາ​ ທາງ​ດ້ານ​ສຸຂະພາບ ​​ແລະ ການ​ດຳ​ລົງຊີວິດ​ຂອງ​ກຳມະກອນ​ຢູ່​ຫົວໜ່ວຍ​ແຮງ​ງານ​ຕ່າງໆ ​ເພື່ອປົກປ້ອງສິດ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຂອງຊາວຜູ້ອອກແຮງງານ.
ທ່ານ ນາງ ໄດ ວ່າງ ປະທານສະຫະພັນ​ກຳມະບານເມືອງ​ນ້ຳ​ບາກ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ວຽກງານປົກປ້ອງແຮງງານແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ທີ່​ເຮັດ​​ໃຫ້​ຂະ​ບວນການ​ຂອງ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານມີ​ຄວາມ​ຍຸຕິ​ທຳຢູ່​ໃນ​ສັງຄົມ,ໃນ​ໄລຍະ 5 ປີຜ່ານ​ມາ ສະຫະພັນ​ກຳມະບານເມືອງ​ນ້ຳ​ບາກ​ ໄດ້​​ລົງ​ໃກ້ຊິດ​ຕິດຕາມ​ຊຸກຍູ້​ການ​ອອກ​ແຮງ​ງານ ​ແລະ ການ​ດຳ​ລົງຊີວິດ​ຂອງ​ກຳມະກອນ​ຢູ່​ຫົວໜ່ວຍ​ແຮງ​ງານ​ຕ່າງໆ ​ເອົາໃຈ​ໃສ່​ຕິດຕາມ​​ເງື່ອນ​ໄຂ​ການ​ອອກ​ແຮງ​ງານ​ຢູ່ບັບນດາ​ຫົວໜ່ວຍ​ແຮງ​ງານ​ກ່ຽວກັບ​ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ, ການ​ນຳ​ໃຊ້ສານ​ຜິດ​(ສານ​ໄຍຫີນ​ຂາວແລະເຄມີ​ອື່ນໆ)ທີ່​ນຳເຂົ້າ​ສູ່​ການ​ຜະ​ລິດ​ເປັນ​ຕົ້ນ​ແມ່ນ​ຢູ່​ສວນ​ກ້ວຍ​ຈີນ, ​ໂຮງ​ຈັກ,​ໂຮງງານ​ຕ່າງໆ, ​ໄດ້​ເຄື່ອນ​ໄຫວ​ໂຄສະນາ​ ທາງ​ດ້ານ​ສຸຂະພາບ ​ແລະ ​ແຮງ​ງານ ​ລວມທັງ​ໝົດໄດ້24 ຄັ້ງ,ມີຫົວ​ໜ່ວຍ​ແຮງ​ງານທັງ​ໝົດ10 ຫົວໜ່ວຍ, ຂະ​ໜາດ​ໃຫຍ່ 1 ​ແຫ່ງ, ຂະ​ໜາດ​ກາງ8, ຂະໜາດນ້ອຍ1 ​ແຫ່ງ, ທົ່ວ​ເມືອງ​ມີ​ກຳມະກອນ​ທັງໝົດ859 ຄົນຍິງ425 ຄົນ, ມີ​ແຮງ​ງານ​ຕ່າງປະ​ເທດ69 ຄົນຍິງ8 ຄົນ.ໄດ້​ເອົາ​ໃຈ​ໃສ່​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຊ່ວຍ​ເຫຼືອ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ແຮງ​ງານ, ​ໄດ້​ຮັບ​ຄຳ​ຮ້ອງ​ຂໍຄ່າແຮງງານ​ ຈາກ​ກຳມະກອນ-ຊາວ​ຜູ້​ອອກ​ແຮງ​ງານທັງ​ໝົດ5 ​ເລື່ອງ, ​ໄດ້​ປຶກສາ​ຫາ​ລຶໄກ່ເກ່ຍຂໍ້​ຂັດ​ແຍ່ງ​ທາງ​ດ້ານແຮງ​ງານສຳ​ເລັດ3 ​ເລື່ອງ,ສາມາດ​ທ່ວງ​ເງິນຄືນໃຫ້ກຳມະກອນ​ໄດ້ 517.500.000 ກີບ. ​ສົ່ງ​ໃຫ້​ສານປະຊາຊົນ​ເຂດ2 ​ພິຈາລະນາ​ຕາມ​ກົດໝາຍ 1 ເລື່ອງ, ໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ຄູ່ກໍລະນີໄປແກ້ໄຂກັນເອງ 1 ​ເລື່ອງ. ​​ຂຶ້ນ​ທະບຽນໃຫ້​ກຳມະກອນໄດ້ 3 ​ແຫ່ງ​ຄື: ​ສວນ​ກ້ວຍ​ຈີນ,​ໂຮງານນໍ້າດື່ມ,ໂຮງງານເປົາ ມີ168 ຄົນ​ ຍິງ 74 ຄົນ, ທຽບ​ໃສ່​ແຜນ 5 ປີ​ປະຕິບັດ​ໄດ້99%.ສົມທົບກັບໂຄງການອ໋ອກຟາມ ປະເທດອົສຕຣາລີ ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກໍາມະກອນເຮັດວຽກຢູ່ສວຍກ້ວຍບ້ານໂຄ້ງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ 19 ຈໍານວນ 22 ຄອບຄົວ ລວມມູນຄ່າ 5.750.000 ກີບ.ເຂົ້າຮ່ວມຝຶກອົບຮົມວຽກງານ ປົກປ້ອງທາງສັງຄົມຢູ່ຂັ້ນແຂວງ 3 ຄັ້ງ, ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຂັ້ນແຂວງ 1 ຄັ້ງ, ວຽກງານຄວາມປອດໄພ ກ່ຽວກັບການນໍາໃຊ້ທາດໄຍຫີນຂາວ 1 ຄັ້ງ, ວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນຂົງເຂດຄວາມຮັບຜິດຊອບ 1 ຄັ້ງ. ຝຶກອົບຮົມ​ຄວາມ​ປອດ​ໄພ​ທາງ​ດ້ານ​ແຮງ​ງານ ​ແລະ ສ້າງ​ຕັ້ງ​ກຸ່ມ​ແຮງ​ງານ​ນອກ​ລະບົບ 3 ກຸ່ມ.ຜ່ານ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ປົກປ້ອງ​ສິດ ແລະ ຜົນປະ​ໂຫຍ​ດອັນ​ຊອບ​ທໍາ​ໄດ້​ເຮັດ​ໃຫ້ສະມາຊິກ​ກຳມະບານ, ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ ມີ​ລະບຽບ​ໃນ​ການ​ອອກ​ແຮງ​ງານ​ຖືກຕ້ອງຕາ​ມລະບຽບ​ກົດໝາຍ, ສ້າງ​ສະຕິ​ຄວາມ​ເປັນ​ເຈົ້າ​ໃຫ້​ເຂົາ​ເຈົ້າ ​ເຄົາລົບລ​ະບຽບ.
ສຳລັບຂໍ້ມູນຂ່າວສານ ແລະ ການເຄື່ອນຍ້າຍແຮງງານແມ່ນໄດ້ສົ່ງຂ່າວ, ອອກຂ່າວທາງໂທລະໂຂ່ງຂອງເມືອງ, ສະຫະພັນກຳມະບານແຂວງ 19 ຄັ້ງ. ເຂົ້າຮ່ວມການອອກແຮງງານ ອະນາໄມຕ້ອນຮັບ ວັນບຸນສຳຄັັນຕ່າງໆ ລວມ 11 ຄັ້ງ, ມີ 1.225 ເທື່ອຄົນ. ລົງໂຄສະນາໃຫ້ຄວາມຮູ້ພື້ນຖານ ກ່ຽວກັບການເຄື່ອນຍ້າຍແຮງງານແບບປອດໄພເຊັ່ນ:ການໄປເຮັດວຽກຢູ່ຕ່າງແຂວງ ຫຼື ຕ່າງປະເທດ ເພື່ອບໍ່ໃຫ້ຜູ້ອອກແຮງງານຕົກເປັນເຫຍື່ອການຄ້າມະນຸດ ຢູ່ກຸ່ມນໍ້າງາ, ກຸ່ມປາກມອງ, ກຸ່ມນໍ້າຖ້ວມ, ບ້ານໂຄ້ງ, ບ້ານຫ້ວຍເຢັນ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ມີຜູ້ເຂົ້າຮ່ວມທັງໝົດ 1.275 ຄົນ ຍິງ 534 ຄົນ.ລົງໂຄສະນາໃຫ້ຄວາມຮູ້ພື້ນຖານບ້ານທີ່ມີຄວາມສ່ຽງຈາກການນໍາໃຊ້ທາດໄຍຫີນຂາວ ໃນວົງລັດສະໝີ 2 ກິໂລແມັດ ຂອງໂຮງງານກະເບື້ອງກາສິງ ຢູ່ກຸ່ມນໍ້າຖ້ວມ 4 ບ້ານ: ບ້ານຊາງ, ໂພນສະຫ່າວາງ, ນໍ້າຖ້ວມໃຕ້, ນໍ້າຖ້ວມເໜືອ ມີຜູ້ເຂົ້າຮ່ວມ 856 ຄົນ ຍິງ 345 ຄົນ.ໄດ້ລະດົມທຶນ ຈາກສະມາຊິກກໍາມະບານໃນທົ່ວເມືອງ ເພື່ອຊ່ວຍເຫຼືອ ສປ ຈີນ ໃນຊ່ວງການແຜ່ລະບາດພະຍາດໂຄວິດ -19 ຢູ່ເມືອງອູ່ຮັນ ສປ ຈີນ ແລະ ຊ່ວຍເຫຼືອໄພນໍ້າຖ້ວມ ແຂວງໄຊຍະບູລີ ລວມມູນຄ່າ 8.700.000 ກີບ.