ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານກອງບັນຊາການທະຫານເມືອງຫົງສາ ແຂວງໄຊຍະບູລີ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 24 ສິງຫາຜ່ານມາ ຢູ່ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ, ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ປະເສີດ ທຳມະວົງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ມີສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີແຂກຖືກເຊີນ ແລະ ກົມກອງກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ປະເສີດ ທຳມະວົງ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກ ຊຶ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານໃນໄລຍະ 5 ປີຜ່ານມາ.
ຈາກນັ້ນ, ຄະນະພັກຮາກຖານຊຸດເກົ່າ ກໍໄດ້ຂຶ້ນຜ່ານບົດສໍາຫຼວດນໍາພາລວມ ພ້ອມທັງກ່າວລາໜ້າທີ່ ແລະ ຜູ້ແທນກອງປະຊຸມ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່. ຊຶ່ງມີຜູ້ສະໝັກເລືອກຕັ້ງ 7 ສະຫາຍ ແລະ ເລືອກເອົາ 5 ສະຫາຍ. ຜ່ານການປ່ອນບັດນັບຄະແນນ ແລະ ຈັດກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ພັນໂທ ປະເສີດ ທຳມະວົງ ເປັນເລຂາ, ສະຫາຍ ພັນໂທ ຊຽງສຸກ ສີແພງເພັດ ເປັນຮອງ ທັງເປັນປະທານກວດກາຄະນະພັກຮາຖການ, ສະຫາຍ ພັນໂທ ສຸກສະຫວັນ ເຜົ່າໃຈທີດີ, ສະຫາຍ ພັນຕີ ທາວັນ ພົມມະວັນ ເປັນຄະນະ ແລະ ເລືອກເອົາສະຫາຍ ພັນໂທ ຄຳຜາຍ ໄຊຍະວົງ ເປັນຄະນະ ທັງເປັນຮອງປະທານກວດກາຄະນະພັກຮາຖການ ແລະ ກອງປະຊຸມ ຍັງໄດ້ປ່ອນບັນເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຈຳນວນ 8 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງຫົງສາ.
ໃນໂອກາດນີ້, ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຜົນງານທີ່ສາມາດຍາດໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ຄະນະພັກຊຸດໃໝ່ຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງຕົນ,ເເກ້ໄຂບັນຫາຂໍ້ຄົງຄ້າງ ເເລະ ສຶບຕໍນຳພາພະນັກງານສະມາຊິກພັກ-ນັກຮົບມີຄວາມພັດທະນາໃຫ້ໄດ້ປະລິມານ ເເລະ ຄຸນນະພາບດີຂຶ້ນ ພ້ອມທັງຮຽກຮ້ອງໃຫ້ພ້ອມກັນປັບປຸງແບບແຜນວິທີເຮັດວຽກ ປະຕິບັດຫຼັກການລວມສູນປະຊາທິປະໄຕແບ່ງຄວາມຮັັບຜິດຊອບໃຫ້ບຸກຄົນ, ມີສະຕິຕຶ່ນຕົວປະຕິບັດກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ຢ່າງເຂັ້ມງວດ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍທິດທາງແຜນການຄາດໝາຍສູ້ຊົນວຽກງານການນຳພາຂອງພັັັກໃຫ້ປະກົດຜົນເປັນຈິງ.
(ຂ່າວ-ພາບ: ກິດຕິສັກ ບົວໄລ)