(ສພຊ)-ລະຫວ່າງວັນທີ19-23 ສິງຫາ ຜ່ານມາ, ທ່ານ ພົທ. ສຸວອນ ເລືອງບຸນມີ ກໍາມະການສູນກາງພັກຮອງປະທານສະພາແຫ່ງຊາດພ້ອມດ້ວຍສະມາຊິກສະພາແຫ່ງຊາດ(ສສຊ)ປະຈຳເຂດເລືອກຕັ້ງທີ 7 ແລະສະມາຊິກສະພາປະຊາຊົນແຂວງ (ສສຂ)ປະຈຳເຂດເລືອກຕັ້ງເມືອງໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ(ສພຊ)ຊຸດທີ IXແລະສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ຊຸດທີ IIຢູ່8 ຈຸດ ຂອງ 4ເມືອງຂອງແຂວງຄື: ບ້ານໜອງປາຈີດ ແລະ ສໍານັກເມືອງບໍ່ແຕນ, ບ້ານຫ້ວຍອີ່ຫຸມ ແລະ ສະໂມສອນເມືອງແກ່ນທ້າວ, ກອງພັນໃຫຍ່ 201 ນ້ຳພູນ ແລະ ສຳນັກເມືອງປາກລາຍ, ບ້ານໃໝ່ ແລະ ສຳນັກເມືອງທົ່ງມີໄຊ ໂດຍມີການນຳ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຕ່ລະບ້ານ ແລະ ບ້ານເທດສະບານເມືອງ ເຂົ້າຮ່ວມຮັບຟັງ.
ຫຼັງຈາກຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍຫຍໍ້,ທ່ານພົທ. ສຸວອນ ເລືອງບຸນມີ ກໍໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ຊຶ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ດໍາເນີນແຕ່ວັນທີ 10 ມິຖຸນາ ຫາ2 ກໍລະກົດ 2024 ລວມ 17 ວັນໄດ້ພິຈາລະນາ,ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດຊຶ່ງບັນດາເນື້ອໃນທີ່ນຳເອົາເຂົ້າຜ່ານຮັບຮອງໃນກອງປະຊຸມຄັ້ງນີ້ລວມມີ 3 ພາກ (3 ຂົງເຂດວຽກງານ) ຄື: ຂົງເຂດວຽກງານຂອງລັດຖະບານ, ຂົງເຂດວຽກງານການກວດສອບແຫ່ງລັດ ແລະ ຂົງເຂດວຽກງານຂອງສະພາແຫ່ງຊາດ ໂດຍອອກເປັນມະຕິ 6 ສະບັບ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 13 ສະບັບ ໃນນີ້,ກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ແລະ ຮ່າງກົດໝາຍວ່າດ້ວຍສະຫະກອນ;ກົດໝາຍປັບປຸງ 11 ສະບັບຄື: 1. ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອັດຈໄອວີ/ພະຍາດເອດ, 2. ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 3) ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, 4. ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, 5. ກົດໝາຍວ່າດ້ວຍການທ່ອງທ່ຽວ, 6.ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, 7.ກົດໝາຍວ່າດ້ວຍສະກັດກັ້ນ ແລະ ຕ້ານອັກຄີໄພ, 8.ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, 9.ກົດໝາຍວ່າດ້ວຍສະພາແຫ່ງຊາດ, 10.ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, 11.ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ວຽກງານສະພາແຫ່ງຊາດໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາເທື່ອທີ 7 ແລະ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ 8.ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: ການເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ສະແດງໃຫ້ເຫັນສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນຕົ້ນປີ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ອັນເນື່ອງມາຈາກຜົນກະທົບຈາກປັດໄຈພາຍນອກ ແລະ ພາຍໃນ ຕົ້ນຕໍແມ່ນມາຈາກປັດໄຈພາຍໃນຂອງພວກເຮົາເອງ; ມະຕິເລກທີ137/ສພຊ, ລົງວັນທີ 2/7/2024 ທັງມີລັກສະນະເປັນນິຕິກຳ, ທັງມີລັກສະນະຮຽກຮ້ອງໃຫ້ລັດຖະບານສືບຕໍ່ຕັ້ງໜ້າ, ອອກແຮງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ບຸກທະລຸແຂງແຮງກວ່າເກົ່າ ໂດຍປຸກລະດົມກຳລັງແຮງຂອງທົ່ວປວງຊົນເຂົ້າຮ່ວມ, ເຮັດໃຫ້ບັນຫາເຄັ່ງຮ້ອນທີ່ເປັນສິ່ງທ້າທາຍໜັກໜ່ວງໄດ້ຮັບການແກ້ໄຂຄ່ອຍໆກັບຄືນສູ່ສະພາບປົກກະຕິ.
ຫຼັງຈາກນັ້ນ,ໄດ້ຮັບຟັງບັນຫາ,ຂໍ້ສະເໜີ,ຄວາມຂັດຂ້ອງໝອງໃຈຈາກພະນັກງານ-ລັດຖະກອນຊຶ່ງບາງບັນຫາກໍໄດ້ຕອບກັບທີ່,ສ່ວນບັນຫາທີ່ກ່ຽວຂ້ອງກັບຫຼາຍພາກສ່ວນ ກໍຈະນຳໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃນໂອກາດຕໍ່ໄປ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຮອບດ້ານທີ່ແຕ່ລະເມືອງສາມາດຍາດມາໄດ້ໃນໄລຍະຜ່ານມາ ທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດມາ; ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍຕໍ່ພໍ່ແມ່ປະຊາຊົນ ກໍຄືພະນັກງານ-ລັດຖະກອນ ທີ່ພວມປະສົບຢູ່ກັບບັນຫາເຄັ່ງຮ້ອນໃນທົ່ວສັງຄົມ, ວຽກງານການສຶກສາ ໂດຍສະເພາະອັດຕາການປະລະການຮຽນທີ່ນັບມື້ນັບສູງຂຶ້ນ ແລະ ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ສາມັກຄີກັນ, ຮັກສາສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບໂດຍພື້ນຖານ,ສ້າງເສດຖະກິດມີການຂະຫຍາຍຕົວເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນເປັນກ້າວໆ.
(ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ)