ກະຊວງປ້ອງກັນປະເທດ ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ(ນວ) ຊຸດທີ II ໃນວັນທີ 26 ສິງຫາ ນີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກົມ, ກອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ທ່ານ ຄໍາຝອງ ແສງສະຫວ່າງ ຮອງປະທານ ຄະນະກຳມະການຍຸຕິທຳ ແລະ ປກສ-ປກຊ, ສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ7ຂອງສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ໄດ້ດຳເນີນແຕ່ວັນທີ 8-12 ກໍລະກົດ 2024 ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ 6 ບັນຫາສໍາຄັນ ຂອງນະຄອນຫຼວງວຽງຈັນ ດັ່ງນີ້: 1. ຮັບຮອງເອົາບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງນວ, ຕິດພັນກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບການດໍາເນີນກອງປະຊຸມອາຊຽນ ຂອງນວ, 2. ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນວ, 3. ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຄາຫົວໜ່ວຍທົດແທນຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້,4. ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນ ນວ ຊຸດທີ II ນວ:5. ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ ປີ 2023 ແລະ ແຜນການຈຸດສຸມ ປີ 2024 ຂອງສານປະຊາຊົນພາກກາງ, ອົງການໄອຍະການປະຊາຊົນພາກກາງ ແລະ ສານປະຊາຊົນ ນວ ແລະ ອົງການໄອຍະການປະຊາຊົນ ນວ, ສະບັບເລກທີ 005/ສປນວ, ລົງວັນທີ 10 ມັງກອນ 2024 ໃນໄລຍະ 6 ເດືອນຕົ້ນປີ 2024, 6. ຮັບຟັງການລາຍງານ ບາງບັນຫາສໍາຄັນພື້ນຖານ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງບາງບັນຫາສໍາຄັນຈຳນວນໜຶ່ງທີ່ຜູ້ແທນຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມຈາກກະຊວງກ່ຽວຂ້ອງ, ອົງການປົກຄອງນວ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ຢ່າງຈະແຈ້ງຊັດເຈນຂຶ້ນຕື່ມ.
ຈາກນັ້ນ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ກໍໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ໄດ້ດໍາເນີນແຕ່ວັນທີ 10 ມິຖຸນາ ຫາ 2 ກໍລະກົດ 2024 ລວມ 17 ວັນ, ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ: 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດເປັນວຽກບຸລິມະສິດ,ເພື່ອເປັນການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍສະເພາະການເພີ່ມຂຶ້ນຂອງອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ລາຄາສິນຄ້າເພີ່ມສູງຂຶ້ນ ດ້ວຍການປະຕິບັດມະຕິກອງປະຊຸມສະພາແຫ່ງຊາດໃຫ້ເຂັ້ມງວດ. ພ້ອມນີ້ຍັງໄດ້ຮັບຮອງເອົາ 3 ຂົງເຂດວຽກງານຄື: ຂົງເຂດວຽກງານຂອງລັດຖະບານ, ຂົງເຂດວຽກງານອົງການກວດສອບແຫ່ງລັດ ແລະ ຂົງເຂດວຽກງານຂອງສະພາແຫ່ງຊາດ ໂດຍອອກເປັນມະຕິ 6 ສະບັບ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 13 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ແລະ ຮ່າງກົດໝາຍວ່າດ້ວຍສະຫະກອນ; ກົດໝາຍປັບປຸງ 11 ສະບັບ.
ການເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ສະແດງໃຫ້ເຫັນສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ອັນເນື່ອງມາຈາກຜົນກະທົບຈາກປັດໄຈພາຍນອກ ແລະ ພາຍໃນ ຕົ້ນຕໍແມ່ນມາຈາກປັດໄຈພາຍໃນຂອງພວກເຮົາເອງ; ມະຕິເລກທີ 137/ສພຊ, ລົງວັນທີ 2 ກໍລະກົດ 2024 ທັງມີລັກສະນະເປັນນິຕິກຳ,ທັງມີລັກສະນະຮຽກຮ້ອງໃຫ້ລັດຖະບານສືບຕໍ່ຕັ້ງໜ້າ,ອອກແຮງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ບຸກທະລຸແຂງແຮງກວ່າເກົ່າ ໂດຍປຸກລະດົມກຳລັງແຮງຂອງທົ່ວປວງຊົນເຂົ້າຮ່ວມ, ເຮັດໃຫ້ບັນຫາເຄັ່ງຮ້ອນທີ່ເປັນສິ່ງທ້າທາຍໜັກໜ່ວງໄດ້ຮັບການແກ້ໄຂຄ່ອຍໆກັບຄືນສູ່ສະພາບປົກກະຕິ.
(ຂ່າວ-ພາບ: ບິກໄຊ ສົມພູ)