ສະຫວັນນະເຂດ, ສປປ ລາວ - ບໍລິສັດນາແສງ-ວາໂຍ ຊັບພະຍາກອນທົດແທນ ແລະ ລົງທຶນ ຈຳກັດ ຮ່ວມກັບ ບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ ໄດ້ຈັດພິທີວາງສີລາລືກການກໍ່ສ້າງເສົາວັດແທກອຸຕຸນິຍົມແຫ່ງທຳອິດ (MetMast) ທີ່ບ້ານນາທູ້, ເມືອງພີນ, ແຂວງສະຫວັນນະເຂດ ໃນວັນທີ 22 ເດືອນສິງຫາ 2024.
ເຂົ້າຮ່ວມໃນພິທີວາງສີລາລືກການກໍ່ສ້າງເສົາວັດແທກອຸຕຸນິຍົມແຫ່ງທຳອິດ, ມີທ່ານ ສຸດໃຈ ໄຊຍະວົງ ເຈົ້າເມືອງເມືອງພີນ, ທ່ານ ບຸນຕາ ຈິມມາລາ ຮອງຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກຫ້ອງວ່າການແຂວງ ແລະ ຜູ້ຕາງໜ້າຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ, ທ່ານ ຄໍາສະຫວາດ ບຸນວິໄລ ຜູ້ອໍານວຍການ ບໍລິສັດນາແສງວາໂຍ ຈຳກັດ ແລະ ທ່ານ ລາມມິ່ງ ຜູ້ອໍານວຍການ ບໍລິສັດUPC ຫວຽດນາມ (ສິງກະໂປ) ຈໍາກັດ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາຫ້ອງການເມືອງພີນ, ພະນັກງານຂອງບໍລິສັດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ເສົາອຸຕຸນິຍົມແຫ່ງທຳອິດນີ້, ຈະຖືກສ້າງຂຶ້ນເພື່ອວັດແທກແຮງລົມ ແລະ ກວດສອບຄຸນລັກສະນະຂອງລົມ, ຂໍ້​ມູນ​ທີ່​ເກັບ​ກຳ​ໄດ້​ຈະ​ຖືກ​ນຳ​ໃຊ້​ ເພຶ່ອ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ​ການ​ພະ​ລັງ​ງານ​ລົມ. ບັນດາເສົາ​ວັດແທກອຸຕຸນິຍົມ ທີ່ຈະສືບຕໍ່ກໍ່ສ້າງ ແລະ ຕິດຕັ້ງ​ແຫ່ງອື່ນໆ ​ຈະ​ສືບ​ຕໍ່​​ກໍ່​ສ້າງ​ຢູ່​ເຂດ​ຂອງໂຄງ​ການ​ໃນ​ໄລ​ຍະທີ່​ຈະ​ມາ​ເຖິງເຊັ່ນ: ຢູ່ເມືອງວິລະບູລີ ແລະ ເມືອງອາດສະພອນ.
ຜູ້ລົງທຶນໄດ້ດໍາເນີນການ ແລະ ຈັດຕັ້ງປະຕິບັດ ຕາມລະບຽບການຂອງລັດຖະບານ ແລະ ຕາມມາດຕະຖານສາກົນ. ທຸກໆຂັ້ນຕອນທີ່ຈຳເປັນ ຕ້ອງໄດ້ສຳເລັດກ່ອນເລີ່ມລົງມືກໍ່ສ້າງ ລວມເຖິງ ການສຳຫຼວດສະຖານທີ່ຈຸດທີ່ຕັ້ງເສົາວັດແທກອຸຕຸນິຍົມ. ດ້ານການອອກແບບ ແລະ ທາງວິສະວະກຳ, ວິທີການຂົນສົ່ງວັດຖຸ, ເສົາ ແລະ ອຸປະກອນວັດແທກ, ການກວດກາ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກ (UXO), ເພຶ່ອໃຫ້ແນ່ໃຈວ່າ: ບໍ່ໃຫ້ເກີດມີຜົນສະທົບຕໍ່ສະພາບປ່າໄມ້ ໃນປັດຈຸບັນຢູ່ເຂດກໍ່ສ້າງ.
ໃນໄລຍະການກໍ່ສ້າງເສົາວັດແທກອຸຕຸນິຍົມ, ຜູ້ລົງທຶນໄດ້ຮັບການສະໜັບສະໜູນເປັນຢ່າງດີຈາກອໍານາດການປົກຄອງທ້ອງຖິ່ນບ້ານ, ເມືອງ ແລະ ແຂວງ, ລວມທັງຂັ້ນສູນກາງໃນດ້ານການອະນຸຍາດ, ການຢັ້ງຢືນ ແລະ ອໍານວຍຄວາມສະດວກຕ່າງໆ. ຜູ້ລົງທຶນໄດ້ສະໜັບສະໜູນບ້ານ ແລະ ເມືອງ ໃນການສ້ອມແປງເສັ້ນທາງພາຍໃນທ້ອງຖິ່ນຈໍານວນໜຶ່ງ ເພື່ອໃຫ້ປະຊາຊົນສາມາດໄປມາສະດວກໃນລະດູຝົນ ຢ່າງມີຄວາມສະດວກສະບາຍ.
ບໍລິສັດນາແສງ-ວາໂຍ ຊັບພະຍາກອນທົດແທນ ແລະ ລົງທຶນ ຈຳກັດ ແລະ ບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ (NSW-UPC) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 13 ພະຈິກ 2023 ເພື່ອສະເໜີໂຄງການກໍ່ສ້າງພະລັງງານລົມ ຢູ່ເມືອງພິນ, ເມືອງວິລະບູລີ ແລະ ເມືອງອາດສະພອນ ແຂວງສະຫວັນນະເຂດ ເພື່ອສົ່ງອອກພະລັງງານສະອາດໄປຍັງບັນດາປະເທດເພື່ອນບ້ານ, ປະເທດໄທ ຫຼື ສສ ຫວຽດນາມ. ໂຄງການດັ່ງກ່າວ ໄດ້ສຳເລັດບົດລາຍງານຄວາມເປັນໄປໄດ້ໃນເບື້ອງຕົ້ນ ແລະ ຢູ່ໃນຂັ້ນຕອນການລົງນາມ PDA ກັບລັດຖະບານລາວ.
ເຖິງແມ່ນວ່າຈະມີສິ່ງທ້າທາຍຫຼາຍຢ່າງ ຈາກສະພາບດິນຟ້າອາກາດ ໃນໄລຍະລະດູຝົນ,ສະພາບນໍ້າຖ້ວມ ແລະ ເສັ້ນທາງທີ່ຫຍຸ້ງຍາກ, ແຕ່ຜູ້ລົງທຶນ ກໍໄດ້ສະແດງຄວາມຕັ້ງໃຈທີ່ຈະກໍ່ສ້າງ ແລະ ຕິດຕັ້ງເສົາວັດແທກອຸຕຸນິຍົມແຫ່ງທຳອິດ ຊຶ່ງຄາດວ່າ: ຈະໃຫ້ສໍາເລັດໃນທ້າຍເດືອນກັນຍາ 2024. ບໍລິສັດ AUSLAO GROUP ຈໍາກັດ (ເປັນບໍລິສັດເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ຄູ່ຮ່ວມສັນຍາ) ແລະ ບໍລິສັດ VREE (ໃນຖານະຜູ້ຮັບເໝົາກໍ່ສ້າງ ແລະ ຕິດຕັ້ງເສົາວັດແທກອຸຕຸນິຍົມ) ໄດ້ໃຫ້ການສະໜັບສະໜູນວຽກງານອັນສຳຄັນຕໍ່ຄວາມພະຍາຍາມດັ່ງກ່າວ.