ໃນຕອນເຊົ້າຂອງວັນທີ 26 ສິງຫາຜ່ານມານີ້ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງໆເງິນ ພ້ອມດ້ວຍຄະນະນໍາ ໄດ້ຕ້ອນຮັບ ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງ ຫົງສາ ພ້ອມກັບທີມງານ.ເນື່ອງໃນ ໂອ ກາດທີມາຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ.
ທ່ານ ອຸດອນ ສະກຸນທອງ ຫົວໜ້າ ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງເງິນ ຕາງໜ້າຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງລາຍງານໄພພິບັດນໍ້າຖ້ວມຢູ່ເມືອງເງິນ ໃນຄັ້ງວັນທີ 21 ສິງຫາຜ່ານມາ ໂດຍສະເພາະແມ່ນບ້ານທີ່ນອນຢູ່ໃນກຸ່ມສ່ຽງຄື: ບ້ານແກ້ວດອນຄູນ, ບ້ານບີໝີ, ບ້ານກາງ ແລະບ້ານທອງ ຊຶ່ງມີຜູ້ທີ່ໄດ້ຮັບຜົນກະທົບ ຈໍານວນ 80 ກ່ວາຫຼັງຄາເຮືອນ ມີເນື້ອທີ່ນາເສຍຫາຍຈໍານວນ 90 ເຮັກຕາ,ສວນມັນຕົ້ນ 33 ເຮັກຕາ, ສັດລ້ຽງປະເພດງົວໄຫຼນໍ້າ 44 ໂຕ, ສັດປີກເສຍຫາຍປະມານ 500 ໂຕ, ສວນຫຍ້າລ້ຽງສັດ 23 ເຮັດຕາ, ໜອງປາ 30 ກ່ວາໜອງ, ມີຊົນລະປະທານ ແລະ ພື້ນຖານໂຄງລ່າງໄດ້ຮັບຜົນເສຍຫາຍຈຳນວນໜຶ່ງ, ເສັ້ນທາງເປ່ເພ 2 ເສັ້ນທາງ, ຂົວ ເປ່ເພ 1 ແຫ່ງ (ທາງເວັ້ນຕົວເມືອງ), ນໍ່້າປະປາ ທໍ່ຫົວງານຂາດ ໃຊ້ການບໍ່ໄດ້. ຈາກນັ້ນ, ທ່ານ ເຈົ້າເມືອງໆຫົງສາ ກໍໄດ້ມອບເງິນ ຈໍານວນ 15 ລ້ານກີບເພື່ອສົມທົບທືນການຊ່ວຍເຫຼືອເບື້ອງຕົ້ນໃຫ້ກັບພໍ່ແມ່ປະຊາຊົນຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ
ທ່ານ ເຈົ້າເມືອງໆເງິນ ໄດ້ຕາງໜ້າ ອົງການປົກຄອງເມືອງ ກໍຄື ຕາງໜ້າໃຫ້ແກ່ປະຊາຊົນ ຊາວເມືອງເງິນ ກ່າວຄໍາຂອບໃຈຕໍ່ອົງການເມືອງເມືອງຫົງສາ ຍາມໃດກໍເປັນຫວ່ງເປັນໃຍໃຫ້ຄວາມຊ່ວຍເຫຼືອຕະຫຼອດມາ ທ່ານ ຍັງໃຫ້ຄໍາໜັ້ນວ່າຈະນໍາໃຊ້ເງິນຈຳນວນດັ່ງກ່າວນີ້ໄປຊ່ວຍເຫຼືອໃຫ້ກັບພໍ່ ແມ່ ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມສຸໃນຄັ້ງນີ້ໄດ້ຮັບຢ່າງທົ່ວເຖີງ.
(ຂ່າວ: ຖວທ ເມືອງເງິນ)