ກອງປະຊຸມຄະນະຊີ້ນໍາກອງທຶນພັດທະນານໍ້າເທີນ 2 ຄັ້ງທີ 8 ຈັດຂຶ້ນໃນວັນທີ 27 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມກອງທຶນພັດທະນານໍ້າເທີນ 2 ເມືອງນາກາຍ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ມາກ ອອງຕວນຣຸບ ຜູ້ອໍານວຍການໃຫຍ່ບໍລິສັດໄຟຟ້ານໍ້າເທີນ 2 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມແມ່ນໄດ້ຮັບຟັງ ບົດລາຍງານປະຈໍາ 6 ເດືອນຕົ້ນປີ 2024 ຂອງກອງທຶນພັດທະນານໍ້າເທີນ 2ໂດຍໄດ້ທົບທວນຄືນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ເປັນຕົ້ນແມ່ນຄວາມເປັນມາ, ຈຸດປະສົງຂອງໂຄງການ, ການນໍາໃຊ້ແຫຼ່ງທຶນ ແລະ ຜົນໄດ້ຮັບຂອງກອງທຶນ ລວມເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ຕາມທຶນທີ່ທາງນໍ້າເທີນ 2 ໄດ້ອະນຸມັດໃຫ້ສືບຕໍ່ຈັດຕັ້ງປະຕິບັດໃນປີ 2024 ປະກອບມີທັງໝົດ 4 ໂຄງການຄື: ໂຄງການທຶນການສຶກສາໄລຍະຍາວ, ໂຄງການເຄືອຄ່າຍສະຫວັດດີການສັງຄົມ, ໂຄງການກອງທຶນຢາປ້ອງກັນພະຍາດສັດລ້ຽງໃນເຂດ 16 ຄຸ້ມບ້ານ ແລະ ໂຄງການອາຫານກາງເວັນໃຫ້ 16 ໂຮງຮຽນ. ສໍາລັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໄດ້ສໍາເລັດການລົງເກັບກຳຂໍ້ມູນນັກຮຽນມໍ 7 ມີ 124 ຄົນ, ສໍາເລັດການແຈກຢາຍອາຫານປະຈໍາເດືອນໃຫ້ຜູ້ດ້ອຍໂອກາດ 29 ຄົນ, ສ້າງພັນທະສັນຍາໃຫ້ຜູ້ດ້ອຍໂອກາດໃໝ່ 6 ຄົນ, ສໍາເລັດການເກັບກໍາຂໍ້ມູນເພື່ອຄັດເລືອກບ້ານທີ່ຈະເປັນຈຸດໃຫ້ບໍລິການຢາວັກຊິນ ແລະ ເກັບກຳຂໍ້ມູນສັດຕະວະແພດບ້ານ, ຈັດຊື້ວັກຊິນ ແລະ ອຸປະກອນສໍາລັບສັດ ເພື່ອມອບໃຫ້ໜ່ວຍງານສັດຕະວະແພດບ້ານ ຊຶ່ງກອງທຶນພັດທະນານໍ້າເທີນ 2 (NT2DF) ແມ່ນເປັນການສະໝັກໃຈຂອງຜູ້ຖືຫຸ່ນຂອງ (NTPC) ເພື່ອສະໜັບສະໜູນຊຸມຊົນໃນພູພຽງນາກາຍ ໂດຍຜ່ານການຈັດສັນງົບປະມານຂອງບໍລິສັດໄຟຟ້ານໍ້າເທີນ 2 ໃຫ້ກອງທຶນພັດທະນານໍ້າເທີນ 2, ຊຶ່ງມີການຄິດໄລ່ເທົ່າກັບ 1.000 ກີບ/ເມກາວັດໂມງ ຕາມສັນຍາຊື້ຂາຍໄຟ ທີ່ຜະລິດຂາຍໄດ້ ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ທັນວາ ຂອງແຕ່ລະປີ. ພ້ອມນັ້ນ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນປຶກສາຫາລື ປະກອບຄໍາຄິດຄໍາເຫັນ ຕໍ່ການກໍານົດທິດທາງແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2024, ພ້ອມທັງໄດ້ຮັບຮອງເອົາແຜນງົບປະມານ ປີ 2024 ສະບັບປັບປຸງ ແລະ ງົບປະມານເພີ່ມເຕີມໂຄງການກອງທຶນຢ່າປ້ອງກັນ ແລະ ປິ່ນປົວພະຍາດສັດລ້ຽງ. ທີ່ສໍາຄັນ ຍັງໄດ້ມີພິທີເຊັນຮັບຮອງເອົາງົບປະມານສະບັບປັບປຸງ, ໃຫ້ກຽດລົງນາມໂດຍ ທ່ານ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຜູ້ອໍານວຍການໃຫຍ່ບໍລິສັດໄຟຟ້ານໍ້າເທີນ 2.
(ຂ່າວ: ມະນີວັນ)