ໃນວັນທີ 27 ສິງຫາ ຜ່ານມາ, ໜ່ວຍພັກຫ້ອງການ-ການເງິນເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VIII ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸນເລີດ ແກ້ວວົງສາ ກຳມະການພັກເມືອງ ເລຂາໜ່ວຍພັກ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົມມາ ພົມມະຫານ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງຫົງສາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ບຸນເລີດ ແກ້ວວົງສາ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ. ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດແຜນງານຂອງໜ່ວຍພັກ ໄລຍະ 5 ປີຜ່ານມາ ແລະ ຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ ຄື້ນັບແຕ່ປີ 2025 ຮອດປີ 2029. ພາຍຫຼັງທີ່ດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາກໍ່ສ້າງພັກ ຕາມ 5 ເນື້ອໃນໄດ້ 9,4 ຄະແນນ, ຕີລາຄາອົງການຈັດຕັ້ງມະຫາຊົນໄດ້ປະເພດແຂງ, ຕີລາຄາສະມາຊິກພັກ ໄດ້ປະເພດແຂງຈຳນວນ 15 ສະຫາຍ, ຍິງ 4 ສະຫາຍ, ກາງ 1 ສະຫາຍ, ຕີລາຄາໜ່ວຍພັກໄດ້ປະເພດແຂງ ໄດ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ. ພ້ອມນີ້ ຍັງໄດ້ກວດກາປະເມີນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງບຸກຄົນ. ຈາກນັ້ນ, ຄະນະໜ່ວຍພັກຊຸດເກົ່າ ກໍໄດ້ຂຶ້ນຜ່ານບົດສໍາຫຼວດນໍາພາລວມ ພ້ອມທັງກ່າວລາໜ້າທີ່ ແລະ ຜູ້ແທນກອງປະຊຸມ ກໍໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່. ຊຶ່ງມີບຸກຄະລາກອນເຂົ້າສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ ບຸນເລີດ ແກ້ວວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ເອກະພາບ ບຸນຄົງ ເປັນຮອງເລຂາ ທັງເປັນຜູ້ຮັບຜິດຊອບວຽກງານກວດກາໜ່ວຍພັກ, ເລືອກເອົາສະຫາຍ ຫຼຽນໄຊ ແສງພະວົງ ເປັນຄະນະ ແລະ ເປັນເອກະສັນເລືອກເອົາຮອງເລຂາ-ຄະນະໜ່ວຍພັກດັ່ງກ່າວເປັນຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງຫົງສາຕື່ມອີກ.
(ຂ່າວ-ພາບ: ກິດຕິສັກ ບົວໄລ).