ວັນທີ 27 ສິງຫາ ນີ້​ ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ, ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ເຜີຍແຜ່ໂດຍ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກ ຄຸ້ມຄອງສັງຫາລິມະຊັບ ກົມຊັບສິນແຫ່ງລັດ ກະຊວງການເງິນ, ໂດຍການເປັນປະທານ ຂອງທ່ານ ມີໄຊ ພົມເຂ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ພະນັກງານບຳນານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມບູນ ແກ່ນປະເສີດ ກ່າວວ່າ: ວຽກງານການຄຸ້ມຄອງ ແລະ ນໍາໃຊ້ລົດຂອງລັດຂອງພວກເຮົາໃນໄລຍະຜ່ານມາເຫັນວ່າພົບຄວາມຫຍຸ້ງຍາກ ແລະ ການຄຸ້ມຄອງກໍຍັງບໍ່ທັນຄົບຖ້ວນ ຕາມທີ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ດຳລັດວ່າດ້ວຍລົດຂອງລັດ ໄດ້ກຳນົດໄວ້ ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ປະຕິບັດໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງປະເທດເຮົາ, ສະນັ້ນ ເພື່ອເປັນການກະກຽມໃຫ້ແກ່ ການກວດກາ, ຈັດສັນ, ດຸ່ນດ່ຽງ ການນໍາໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ ຊຶ່ງເຫັນວ່າການສະສາງລົດເກົ່າຂອງລັດກໍແມ່ນເປັນການແກ້ໄຂບັນຫາການນໍາໃຊ້ລົດຂອງລັດໃຫ້ຖືກຕ້ອງຕາມ ເປົ້າໝາຍ ແລະ ລະບຽບການ, ແກ້ໄຂລົດພະນັກງານບໍານານທີ່ເອົາໄປນໍາໃຊ້ຜ່ານມານັ້ນ ເນື່ອງຈາກລົດ ປ້າຍລັດບໍລິຫານທີ່ພະນັກງານບຳນານນໍາໃຊ້ແມ່ນບໍ່ໄດ້ຕິດ ຄິວອາໂຄ້ດ (QR code) ຊຶ່ງຍັງມີຄວາມສັບສົນກັບລົດ ທີ່ນອນໃນບັນຊີລົດຂອງລັດຕົວຈິງທີ່ນໍາໃຊ້ໃນວຽກງານທາງລັດຖະການຂອງແຕ່ລະກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ.
ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ ວ່າດ້ວຍການສະສາງລົດຂອງລັດ ຊຶ່ງລວມມີ 5 ໜວດ, 12 ມາດຕາ, ແຈ້ງການຂອງກະຊວງການເງິນ ເລກທີ 0589/ກງ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງໃນການຄຸ້ມຄອງ, ນຳໃຊ້ລົດຂອງລັດ, ເຜີຍແຜ່ປື້ມຄູ່ມືແນະນຳຂັ້ນຕອນການຈັດຕັ້ງປະຕິບັດຕີລາຄາລົດ ໂດຍສະເພາະບັນດາທ່ານທີ່ປະຕິບັດວຽກງານຕົວຈິງກ່ຽວກັບການຄຸ້ມຄອງນຳໃຊ້ລົດຂອງລັດແຕ່ລະປະເພດ ໃຫ້ກຳໄດ້ຢ່າງລະອຽດທາງດ້ານຫຼັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ ແລະ ຖອນຄືນລົດຂອງລັດ ແນໃສ່ຫັນກຳມະສິດລົດຂອງລັດທີ່ພະນັກງານນຳໃຊ້ ຊຶ່ງການຈັດຕັ້ງຂອງລັດບໍ່ມີແຜນການນຳໃຊ້ແລ້ວນັ້ນໃຫ້ຂາດຕົວ, ແກ້ໄຂບັນຫາບຸກຄົນ ຫຼື ການຈັດຕັ້ງ ຊຶ່ງບໍ່ນອນໃນອົງການຈັດຕັ້ງຂອງລັດແຕ່ນຳໃຊ້ລົດຂອງລັດໃຫ້ສຳເລັດ, ເພື່ອເປັນການກະກຽມໃຫ້ແກ່ການກວດກາ, ຈັດສັນ, ດຸ່ນດ່ຽງ ການນຳໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ, ແກ້ໄຂລົດທີ່ພະນັກງານບຳນານໄດ້ເອົາໄປນຳໃຊ້ໃນໄລຍະຜ່ານມານັ້ນ. ພ້ອມກັນນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ເອກະສານທີ່ໄດ້ເຜີຍແຜ່ນັ້ນຢ່າງກົງໄປກົງມາບົນພື້ນຖານເພື່ອການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຄວາມເອກະພາບ ແລະ ມີຜົນສຳເລັດ.
ຕອນທ້າຍ,​ ທ່ານ ມີໄຊ ພົມເຂ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ, ຈຸດປະສົງ, ເປົ້າໝາຍ, ຫຼັກການ, ຂັ້ນຕອນການຈັດຕັ້ງປະຕິບັດ, ການປະກອບເອກະສານ, ການຊຳລະເງິນຈາກການສະສາງເຂົ້າງົບປະມານແຫ່ງລັດ, ການປົດປ້າຍທະບຽນ ໄປເຜີຍແຜ່ໃຫ້ການຈັດຕັ້ງທີ່ຕົນສັງກັດ ແລະ ພະນັກງານຜູ້ນຳໃຊ້ລົດຂອງລັດ ໄດ້ຮັບຮູ້, ເຂົ້າໃຈໄປໃນລວງດຽວກັນເພື່ອຮັບປະກັນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດສະບັບນີ້ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
ຂ່າວ: ຫສພ