ເພື່ອເປັນການຊ່ວຍເຫຼືອໃຫ້ກັບຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດທາງທໍາມະຊາດ ໃຫ້ທ່ວງທັນສະ ພາບການ. ມາໃນວັນ​ທີ 29 ສິງ​ຫາຜ່ານມານີ້, ທ່ານ ບຸນ​ຊ່ວງ ຄຳ​ພູ​ວົງ ຮອງ​ເຈົ້າ​ເມືອງໆແບງ ປະ​ທານກອງ​ທືນ​ຄຸ້ມຄອງ​ໄພ​ພິ​ບັດ ແລະ ສັງ​ຄົມ​ສົງ​ເຄາະ​ຂັ້ນເມືອງ ພ້ອມດ້ວຍຄະນະ 3ໄດ້​ລົງມອບເງິນ ຈຳ​ນວນ 2 ລ້ານກີບ ​ໃຫ້​ຄອບ​ຄົວທ້າວ ເຈີມ ບ້ານກໍ່າ ເມືອງແບງ ທີ່​ຖືກ​ເຄາະຮ້າຍ​​ຈາກໄພ​ພິ​ບັດທາງທໍາມະຊາດ (ນ້ຳ​ຫ້ວຍການ​ໄຫຼ​ຊຸ​)ໃນ​ວັນ​ທີ 5 ສິງ​ຫາ ຜ່ານມາ ເຮັດ​ໃຫ້​​ມີຜູ້​ເສຍ​ຊີ​ວິດ 1 ຄົນ ຊື່ທ້າວ ຈັນ ເປັນເພດຊາຍ ອາຍຸ 54 ປີ.ພ້ອມນີ້ ອົງການປົກຄອງບ້ານ ກໍ່າ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ພາກສ່ວນກຽ່ວຂ້ອງ ທີ່ໄດ້ນໍາເອົາເງິນດັ່ງກ່າວນີ້ ມາຊ່ວຍເຫຼືອປະຊາຊົນຜູ້ຖືກເຄາະຮ້າຍໃນຄັ້ງນີ້ ພ້ອມນັ້ນຍັງຮຽກຮ້ອງໃຫ້ພາກສວ່ນຕ່າງໆ ຮ່ວມກັນບໍລິຈາກເງິນ ແລະ ວັດຖຸສິ່ງຂອງ, ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພ ກໍຄືຟື້ນຟູບູລະນະພື້ນຖານໂຄງລ່າງ ຖະໜົນຫົນທາງ ແລະ ແນວພັນກະສິກຳ ໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.
(ຂ່າວ: ຮສສ ເມືອງແບງ)