ໃນວັນທີ 29 ສິງຫາ ຜ່ານມານີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ທີ ກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ກົມກອງອ້ອມຂ້າງ, ບັນດາພະແນກການກ້ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ທອງໄຂ ສີຍາລາດ ໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານຂອງກົມກອງໃນໄລຍະຜ່ານມາ ໂດຍສະເພາະວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດເປັນກົກ ນໍາເອົາບັນດາມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບ, ຂອງກົມກອງມາຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາ ພະນັກງານ-ສະມະຊິກພັກ-ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ເຮັດໃຫ້ແຕ່ລະສະຫາຍມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງພ້ອມກັນປະຕິບັດໜ້າທີ່ວິຊາສະເພາະຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ແລະ ລົງກໍ່ສ້າງຖານການເມືອງແບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບດ້ານຕາມທິດຊີ້ນໍາຂອງຂັ້ນເທິງເຮັດໃຫ້ຂອບເຂດຂອງກົມກອງຕັ້ງທັບມີຄວາມສະຫງົບປອດໄປໂດຍພື້ນຖານ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ຢູ່ໃນກົມກອງໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈ, ກຳແໜ້ນຕໍ່ແນວທາງຂອງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ, ເປັນເຈົ້າການເພີ່ມທະວີວຽກງານປະຈໍາການກຽມພ້ອມສູ້ຮົບ 3 ຂັ້ນໃຫ້ເປັນປົກກະຕິ, ພ້ອມກັນປົກປັກຮັກສາ ແລະ ບົວລະບັດຜັດເຊັດວັດຖຸເຄື່ອງຂອງພາຫະນະຮັບໃຊ້ດ້ານອາວຸດຍຸດໂທປະກອນຕ່າງໆຂອງກົມກອງໃຫ້ນຳໃຊ້ໄດ້ຍາວນານ, ມີແບບແຜນເຮັດວຽກທີທັນສະໄໝແບບວິທະຍາສາດ, ເຮັດວຽກລວມສູນປະຊາທິປະໄຕ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ຕ້ານ ແລະ ສະກັດກັດກັ້ນບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີຄວາມຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ປັບປຸງກໍ່ສ້າງພະນັກງານ-ນັກຮົບໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ຕິດພັນກັບການກໍ່ສ້າງພັກ-ພະນັກງານຮຸ່ນສືບທອດໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເພື່ອພັດທະນາຕົນເອງ, ພັດທະນາກົມກອງໃຫ້ມີແບບແຜນທີ່ທັນສະໄໝ, ເພີ່ມທະວີພົວພັນຮ່ວມມືຄວາມສາມັກຄີພາຍໃນ ແລະ ສາກົນ, ເພີ່ມທະວີແກ້ໄຂຊີວິດການເປັນຢູ່ຕາມທິດກົມໃຫຍ່ພາລາທິການກອງທັບວາງອອກ, ສ້າງທ່າແຮງບົ່ມຊ້ອນໃຫ້ກົມກອງ ເພິ່ງຕົນເອງກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
(ພາບ-ຂ່າວໂດຍ: ວໍລະສິດ ພິດສະຫາຍ)