ຈາກສະພາບໃນປັດຈຸບັນເຫັນວ່າລະດັບນໍ້າຂອງຢູ່ໃນເຂດພື້ນທີ່ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພີ່ມຂື້ນຍັບໃກ້ເຂົ້າສູ່ລະດັບໄພອັນຕະລາຍ ແລະ ປະ​ຊາ​ຊົນ​ກຳ​ລັງເຝົ້າລະວັງຕິດຕາມຢ່າງໃກ້ຊິດ ເນື່ອງຈາກລະດັບນໍ້າຂອງໄດ້ຫຍັບເພີ່ມຂື້ນເລື້ອຍໆຈົນເຮັດໃຫ້ນໍ້າໄຫຼເຂົ້າຖ້ວມພື້ນທີ່ກະສິກໍາຂອງປະຊາຊົນຫຼາຍ​ຈຸດ ທີ່ຢູ່ລຽບຕາມແຄມຂອງ ໂດຍສະເພາະໃນເຂດພື້ນທີ່ຕໍ່າ ແລະ ເປັນຈຸດຫຼໍ່ແຫຼມ ສົ່ງຜົນເຮັດໃຫ້ນໍ້າໄຫຼຊຶມເຂົ້າໄດ້ງ່າຍ ແລະ ມີຫຼາຍຄອບຄົວທີ່ອາໄສຢູ່ໃນເຂດພື້ນທີ່ດັ່ງກ່າວ ຢູ່ລຽບຕາມແຄມແມ່ນໍ້າຂອງໄດ້ຮັບຜົນກະທົບຈາກສະພາບນໍ້າຖ້ວມຄັ້ງນີ້
ວັນທີ 29 ສິງຫາ 2024 ລະດັບນໍ້າຂອງຍັງສືບຕໍ່ເພີ່ມຂື້ນຕໍ່ເນື່ອງ ແລະ ໄຫຼເຂົ້າຖ້ວມບ້ານເຮືອນ ວັດວາອາຮາມ ທີ່ຢູ່ແຄມນໍ້າຂອງ ລວມທັງພື້ນທີ່ທໍາການຜະລິດເປັນບໍລິເວນກວ້າງ ແລະ ຄາດວ່າລະດັບນໍ້າໄດ້ເພີ່ມຂຶ້ນຈາກວັນທີ 28 ສິງຫາ 2028 ປະມານ 15-20 ຊັງຕີແມັດ ດັ່ງນັ້ນຄະນະນໍາເມືອງຫາດຊາຍຟອງ ກໍຄືຄະນະປ້ອງກັນຄວບຄຸມໄພພິບັດຂັ້ນເມືອງໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະໄດ້ລະດົມໃຫ້ການຈັດຕັ້ງບ້ານທີ່ຕັ້ງຢູ່ແຄມແມ່ນໍ້າຂອງເອົາໃຈໃສ່ປະກາດແຈ້ງການຕໍ່ປະຊາຊົນເປັນປະຈໍາ ເພື່ອໃຫ້ມີສະຕິ ແລະ ເປັນເຈົ້າການຕິດຕາມຢ່າງໃກ້ຊິດຕໍ່ກັບການເຝົ້າລະວັງ ແລະ ກະກຽມຄວາມພ້ອມຍົກຍ້າຍເອົາວັດຖຸສິ່ງຂອງອັນຈໍາເປັນຂອງຕົນໄປໄວ້ໃນບ່ອນທີ່ປອດໄພ ແລະ ພ້ອມນັ້ນຍັງໄດ້ລະດົມໃຫ້ກໍາລັງຂອງຊາວໜຸ່ມຕະລຸມບອນໃນແຕ່ລະບ້ານ ແລະ ພະນັກງານ ທະຫານ ຕໍາຫຼວດໃຫ້ຮ່ວມແຮງຮ່ວມໃຈກັນ ເພື່ອເຂົ້າຊ່ວຍໃນການຍົກຍ້າຍເກັບມ້ຽນວັດຖຸຸເຄື່ອງຂອງຊ່ວຍປະຊາຊົນ ແລະ ນໍາເອົາເປົາຊາຍມາກັ້ນເປັນກໍາແພງຢູ່ໃນເຂດພື້ນທີ່ຕໍ່າ ເພື່ອປ້ອງກັນຄວບຄຸມບໍ່ໃຫ້ນໍ້າໄຫຼຊຶມເຂົ້າມາໄດ້ ນອກນັ້ນໄດ້ນໍາເອົາເປົາຊາຍມາອັດຕັນປາກທໍ່ນໍ້າທີ່ກໍາລັງໄຫຼເຂົ້າສູ່ໄຮ່ນາກະສິກໍາ ແລະ ຢູ່ໃນຈຸດປະຕູນໍ້າແຕ່ລະບ່ອນ ຄະນະນໍາເມືອງຫາດຊາຍຟອງ ແລະ ພາກສ່ວນກ່ຽວຂ້ອງໄດ້ນໍາເອົາຈັກສູບນໍ້າມາຕິດຕັ້ງໄວ້ ເພື່ອຈະສູບນໍ້າອອກຈາກຫ້ວຍຮ່ອງທີ່ບໍ່ໄຫຼລົງສູ່ແມ່ນໍາຂອງ ເພື່ອຊ່ວຍຫຼຸດລະດັບນໍ້າບໍ່ໃຫ້ເຂົ້າຖ້ວມພື້ນທີ່ດ້ານໃນອີກຟາກຂອງຄູກັ້ນນໍ້າໄດ້ ປັດຈຸບັນຈຸດປະຕູນໍ້າຫ້ວຍເດື່ອມີຄວາສ່ຽງເນື່ອງຈາກສະພາບດິນໃນເສັ້ນທາງຂອງຄູກັ້ນນໍ້ານັ້ນໄດ້ເກີດມີການເຊາະເຈື່ອນເລິກເຂົ້າໄປທາງໃນແລ້ວ ບວກກັບການຈັດຈອນຂອງລົດບັນທຸກໜັກ ຊື່ງຈະເຮັດເກີດມີຄວາມສ່ຽງ ແລະ ເປັນຈຸດຫຼໍ່ແຫຼມທີ່ອັນຕະລາຍ ແລະ ສົ່ງຜົນເຮັດໃຫ້ອາດເກີດມີດິນເຊາະເຈື່ອນຕາມມາ ເພາະຈຸດດັ່ງກ່າວເປັນຄູກັ້ນນໍ້າທີ່ສູງຊັນ ແລະ ໂຄ້ງງໍ ພ້ອມດຽວກັນການນໍາເມືອງຫາດຊາຍຟອງ ຍັງໄດ້ເລາະຕິດຕາມເບິ່ງລະດັບສະພາບນໍ້າຂອງຢ່າງຕໍ່ເນື່ອງ ແລະ ເອົາໃຈໃສ່ກໍາຊັບມາຍັງການຈັດຕັ້ງບ້ານ ແລະ ປະຊາຊົນ ນັກທຸລະກິດຂຸດຄົ້ນຫີນ-ຊາຍໃຫ້ການປະກອບສ່ວນຄວາມຮ່ວມແຮງຮ່ວມໃຈກັນ ເພີ່ມທະວີກະກຽມຄວາມພ້ອມໃນພາວະສຸກເສີນເພື່ອສະກັດກັ້ນປ້ອງກັນບໍ່ໃຫ້ນໍ້າໄຫຼເຂົ້າຖ້ວມພື້ນທີ່ຫຼາຍຂຶ້ນກວ່າເກົ່າ .
ຂ່າວ: ວຽງ​ຈັນ​ໃໝ່