ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວແຂວງຄໍາມ່ວນເມື່ອບໍ່ດົນມານີ້ວ່າ: ໃນປີ2024 ນີ້, ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກແຜນການລາຍຮັບຈໍານວນ305ຕື້ກີບຖ້າທຽບໃສ່ສົກປີ 2023 ຈໍານວນ 162 ຕື້ກວ່າກີບ, (ເພີ່ມຂຶ້ນ 142 ຕື້ກວ່າກີບ), ໃນ 6 ເດືອນຕົ້ນປີ 2024 ປະຕິບັດໄດ້125 ຕື້ກວ່າກີບ, ເທົ່າກັບ 41,21%ຂອງແຜນການປີ.
ລາຍຮັບຫຼັກຂອງການຈັດເກັບແມ່ນໄດ້ຈາກປະ​ເພດ​ນ້ຳມັນ​ເຊື້ອ​ໄຟ 15,37 ຕື້ກີບ;ປະ​ເພດ​ຄ່າ​ທຳນຽມຕ່າງໆເທົ່າກັບ 35,69ຕື້ກີບ;ປະ​ເພດ​ສິ້ນສ່ວນອາໄລ່ 1,67 ຕື້ກີບ;ປະ​ເພດ​ເຄື່ອງ​ກໍ່ສ້າງ 2,50 ຕື້ກີບ;ປະ​ເພດ​ເຄື່ອງ​ໃຊ້​ໄຟຟ້າ 3,37 ຕື້ກີບ;ເຄື່ອງອຸປະໂພກ -ບໍລິໂພກ1,605 ຕື້ກີບ; ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ1,457 ລ້ານກີບ;ປະເພດສິນຄ້າຕາມສັນຍາອາຊຽນ (FORM D) 24,55 ຕື້ກີບ;ປະເພດສິນຄ້າຕາມສັນຍາ (FORM S+E) 3,98 ຕື້ກີບ;ປະເພດຄ່າຊັກພິເສດສົ່ງອອກ 33,03 ຕື້ກີບ.
ທ່ານ ສຸພັດ ສຸແສງໄທໄດ້ກ່າວຕື່ມວ່າ: ສາຍເຫດທີ່ພາໃຫ້ລາຍຮັບຫຼຸດ​ແຜນການ6 ເດືອນຕົ້ນປີ 2024
ຍ້ອນວ່າໃນ​6 ເດືອນຕົ້ນ ປີ 2024 ມີຫຼາຍປະເພດສິນຄ້າເພີ່ມຂຶ້ນ ແລະ ​ຍັງມີຫຼາຍປະເພດສິນຄ້າມີລັກສະນະຫຼຸດ ລົງ, ​ເປັນ​ຕົ້ນໝວດສິນຄ້າ​ຕົ້ນ​ຕໍ່​ເຊັ່ນ: ເຄື່ອງກໍ່ສ້າງ,ເຄື່ອງໃຊ້ໄຟຟ້າ,ເຄື່ອງອຸປະໂພກ - ບໍລິໂພກ ແລະ ສິນຄ້າຟອມS+E, ຍ້ອນສະພາບເສດຖະກິດພາຍໃນປະເທດ ແລະ ຂອງໂລກ,ອັດຕາເງິນເຟີ້ເພີ້ມທະວີສູງຂຶ້ນເລື້ອຍໆ,ການ​ປະຕິບັດ​ມູນ​ຄ່າ​ແຈ້ງ​ຕາມ​ລາຄາ​ຊື້-​ຂາຍ​ຕົວ​ຈິງ ຍັງ​ບໍ່​ທັນ​ຄຸ້ມ​ຄອງ​ໄດ້​ຢ່າງ​ມີ​ປະສິດທິພາບ,ສ່ວນ​ຫຼາຍ​ແມ່ນ​ໄດ້​ເຍືອງ​ເບິ່ງ​ຂໍ້​ມູນ​ຂອງ​ດ່ານ​ອື່ນ​ມາສົມ​ທຽບ,ການ​ປະຕິບັດ​ມູນ​ຄ່າ​ແຈ້ງ​ຕາມ​ລາຄາ​ຊື້-​ຂາຍ​ຕົວ​ຈິງ ຍັງ​ບໍ່​ທັນ​ຄຸ້ມ​ຄອງ​ໄດ້​ຢ່າງ​ມີ​ປະສິດທິພາບ,ສ່ວນ​ຫຼາຍ​ແມ່ນໄດ້​ເຍືອງ​ເບິ່ງ​ຂໍ້​ມູນ​ຂອງ​ດ່ານ​ອື່ນ​ມາສົມ​ທຽບ, ການ​ກຳນົດ​ວາງ​ແຜນ​ໃນ​ການ​ເກັບ​ລາຍ​ຮັບ​ແຕ່ລະ​ໄລຍະ,​ແຕ່ລະ​ເດືອນ ບໍ່​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ຄາດ​ໄວ້ຍ້ອນສາຍ​​ເຫ​ດການ​ປ່ຽນ​ແປງ​ຂອງ​ຜູ້ນຳ​ເຂົ້າ-​ສົ່ງ​ອອກ ​ແລະ ສະພາບ​ແວດ​ລ້ອມ​ໃນ​ຕົວ - ນອກ​ຕົວ, ລະບົບ​ໄຟຟ້າ ​ແລະ ສັນຍານ​ທາງ​ດ້ານ​ເອ​ເລັກ​ໂທ​ນິກຂັດຂ້ອງ,ບໍ່​ຄ່ອຍ​ປົກກະຕິ​ເຮັດ​ໃຫ້ການ​ບໍລິການ​ບາງ​ຄັ້ງ​ຊັກ​ຊ້າ​​ແກ່ຍາວ​ເວລາ.
ທ່ານ ຫົວໜ້າດ່ານພາສີສາກົນ ນາເພົ້າໄດ້ກ່າວຕື່ມອີກວ່າ:​ເພື່ອ​ເຮັດໃຫ້ຕົວ​ເລກ​ລາຍ​ຮັບໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້​ ​ແລະລື່ນຄາດໝາຍ, ດ່ານ​ພາສີ​ສາກົນ​ນາ​ເພົ້າຈຶ່ງ​ໄດ້ກຳນົດ​ມາດ​ຕະການ​ຈຳນວນ​ໜຶ່ງ​ເປັນວຽກງານ​ຈຸດ​ສຸມ​​ຄື:​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ດ້ານ​ການ​ເມືອງ-​ແນວ​ຄິດ​ຢ່າງ​ເປັນ​ປົກກະຕິ, ຖື​ເອົາ​ວຽກ​ງານ​ການ​ເກັບ​ລາຍ​ຮັບ​ເປັນ​ໜ້າ​ທີ່​ການ​ເມືອງ​ຕົ້ນຕໍ​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ອື່ນໆ,ຈັດ​ວາງ​ໜ້າ​ວຽກ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ພະນັກງານ​ໃນ​ໜ້າ​ວຽກ​ຕ່າງໆ​ພາຍ​ໃນ​ດ່ານພາສີ​ສາກົນ​ນາ​ເພົ້າ​ໃຫ້ແທດ​ເໝາະກັບ​ຄວາມຮູ້- ຄວາມສາມາດຂອງແຕ່ລະບຸກຄົນ, ເພີ້ມທະວີການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເຂັ້ມງວດຕາມກົດໝາຍພາສີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ,ເອົາໃຈໃສ່ຕິດຕາມ,ກວດກາ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍ. ຈຳກັດການອະນຸຍາດໃຫ້ຄ້ຳປະກັນນຳເອົາສິນຄ້າເຄື່ອງຂອງອອກຈາກສາງຫຼືດ່ານພາສີກ່ອນການແຈ້ງພາສີເປັນລາຍລະອຽດ, ພ້ອມນັ້ນກໍເອົາໃຈໃສ່ຕິດຕາມ, ຄຸ້ມຄອງສິນຄ້າເຄື່ອງຂອງທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທືນເພື່ອຫຼີກລ້ຽງຊ່ອງຫວ່າງການນຳເອົາໄປໃຊ້ໂດຍບໍ່ຖືກຕ້ອງຕາມເປົ້າໝາຍ,ປັບ​ປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ໃຫ້​ກະທັດ​ຮັດ​ສອງ​ຄ່ອງ​ຕາມ​ລະບຽບ​ກົດ ໝາຍ,ຫຼຸດຜ່ອນ​ຂັ້ນ​ຕອນ​ທີ່​ບໍ່ຈຳ​ເປັນ,ສ້າງ​ເງື່ອນ​ໄຂ​ເພື່​ອອຳ​ນວນ​ຄວາມ​ສະດວກ​ໃຫ້​ແກ່​ການ​ນຳ​ເຂົ້າ- ​ອອກ​ສິນຄ້າ​ເຄື່ອງ​ຂອງ​ທີ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ,ສືບຕໍ່ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ15/ນຍລົງ​ວັນ​ທີ 1 ພຶດສະພາ 2016 ວ່າ​ດ້ວຍ​ການ​ເພີ້​ມທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ​ແລະການ​ກວດກາການຂຸດຄົ້ນໄມ້​, ການເຄື່ອນຍ້າຍໄມ້ແລະທຸລະກິດໄມ້,ເພີ້ມທະວີວຽກງານປະສານສົມທົບກັບອຳນາດການປົກຄອງທ້ອງຖີ່ນ, ພະແນກການເງິນແຂວງແລະພະແນກການທີ່ກ່ຽວຂ້ອງເພື່ອສ້າງສີ່ງອຳນວຍຄວາມສະດວກໃນການຈັດຕັ້ງວຽກງານວິຊາສະເພາະຢູ່ດ່ານພາສີສາກົນນາເພົ້າໃຫ້ມີຄວາມເຂັ້ມແຂງ.
(ຂ່າວແດງສະຫວັດ ແສນພານິດ)