ກອງປະຊຸມໃຫຍ່ຄັ້ງທີ IV ຂອງສະຫະພັນແມ່ຍິງຮາກຖານຂອງສະພາປະຊາຊົນແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາຜ່ານມາ, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງໂດຍການເປັນປະທານຂອງສະຫາຍ ນາງ ນົກວິທະຍາ ພັນທະວົງ ປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ດວງມາລາ ສີສະໝຸດ ຮອງປະທານສະຫະພັນແມ່ຍິງແຂວງ, ມີແຂກທີ່ຖຶກເຊີນຈາກອ້ອມຂ້າງ, ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.
ສະຫາຍ ນາງ ແກ້ວພາວັນ ສຸລິນທອງ ຮອງປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງ ໄດ້ຜ່ານບົດລາຍງານການເມືອງຕີລາຄາຜົນການຈັດຕັ້ງປະຕິບັດວຽກງານແມ່ຍິງ ໄລຍະ 5 ປີຜ່ານມາ ໄດ້ຕັ້ງໜ້າເຄື່ອນໄຫວສຶກສາອົບຮົມການເມືອງ- ແນວຄິດ ໃຫ້ສະມາຊິກແມ່ຍິງ ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງ, ກົດໝາຍ ໃຫ້ສະມາຊິກແມ່ຍິງໄດ້ຮັບຮູ້, ເຂົ້າໃຈ ແລະນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ແລະ ຜົນງານດ້ານອື່ນ ເປັນຕົ້ນ: ໄດ້ຮັບໃບຍ້ອງຍໍຂັ້ນແຂວງທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານຮອບດ້ານໃນໄລຍະ 5 ປີ (2016-2020), ໄດ້ຮັບການຍ້ອງຍໍ ຂະບວນການແຂ່ງຂັນຮັກຊາດພັດທະນາ ແລະຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ໄລຍະ 5 ປີ: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 13 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III 2 ສະຫາຍ, ໃບຍ້ອງຍໍລັດຖະບານ ຈຳນວນ 4 ສະຫາຍ, ໃບຍ້ອງຂັ້ນແຂວງ 3 ສະຫາຍ, ຍ້ອງຍໍຈາກປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຈຳນວນ 3 ສະຫາຍ, ໄດ້ຮັບການຍ້ອງຍໍຈາກສະຫະພັນແມ່ຍິງແຂວງ ທີ່ເປັນບຸກຄົນ3 ດີ ປະເພດ1 ໄລຍະ 3 ປີຕໍ່ເນື່ອງ ຈຳນວນ 25 ສະຫາຍ. ໄດ້ເປີດຂະບວນການແຂ່ງຂັນ 3 ດີ ໄດ້ 5 ຄັ້ງ ມີສະມາຊິກເຂົ້າຮ່ວມ 123 ເທື່ອຄົນ, ເທົ່າກັບ 100%, ຄັດເລືອກພົນລະເມືອງດີ, ພັດທະນາດີ ແລະສ້າງຄອບຄົວດີ ໄດ້ 100% ຂອງຈຳນວນຜູ້ເຂົ້າຮ່ວມແຂ່ງຂັນ ແລະບັນດາວຽກງານອື່ນໆ ກໍໄດ້ມີຜົນສຳເລັດ.
ຈາກນັ້ນກອງປະຊຸມກໍໄດ້ຜ່ານບົດສຳຫຼວດການນຳພາ, ຜ່ານມາດຖານເງື່ອນໄຂ ຜູ້ສະໝັກເລືອກຕັ້ງຊຸດໃໝ່ ແລະດຳເນີນການປ່ອນບັດ ຊຶ່ງມີຜູ້ລົງສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະກອງປະຊຸມຄັ້ງປະຖົມມະລຶກ ເລືອກໄດ້ ສະຫາຍ ນາງ ແກ້ວພາວັນ ສຸລິນທອງ ເປັນປະທານຮາກຖານ, ສະຫາຍ ນາງ ຈິດປະສົງ ປະສານສອນ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຄັດສອນ ຮຸ່ງສະຫວ່າງ ເປັນຮອງປະທານ.
(ພາບ-ຂ່າວ: ທິດລານີ ໂຄດໂຍທາ).