ໃນເດືອນສິງຫາ 2024 ຜ່ານມາ, ໜ່ວຍພັກຫ້ອງວ່າການເມືອງຫົງສາ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ XII ຂຶ້ນຢູ່ທີ່ຫ້ອງປະຊຸມນ້ອຍສະໂມສອນເມືອງ. ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທະວີ ສີປະເສີດ ກໍາມະການພັກເມືອງ ເລຂາໜ່ວຍພັກ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຈັນເພັງ ອູ່ທອງຄໍາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ບຸນທະວີ ສີປະເສີດ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ. ຊຶ່ງໄດ້ຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຂອງຫນ່ວຍຕົນເອງ ໃນໄລຍະ 5 ປີຜ່ານມາ ຢ່າງພາວະວິໄສ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະໃໝ່. ເພື່ອເປັນການປັບປຸງພັກທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນວິທີນຳພາ ທັງເປັນການເສີມຂະຫາຍບົດບາດການນຳພາ ເພື່ອສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ທັງເປັນການກວດກາ, ຕີລາຄາການນຳພາ-ຊີ້ນຳ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນໃນໄລຍະ 5 ປີຜ່ານມາ ແລະ ເພື່ອກຳນົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານໃຫ້ສອດຄ່ອງກັບສະພາບຕົວຈິງຂອງຮາກຖານພັກ ແລະ ສາມາດໃຫ້ຈັດຕັ້ງປະຕິບັດໄດ້.
ຈາກນັ້ນ, ຄະນະໜ່ວຍພັກຊຸດເກົ່າ ກໍໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມ ທີ່ໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມທັງກ່າວລາໜ້າທີ່. ພ້ອມນັ້ນ ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ຊຶ່ງໃນກອງປະຊຸມໄດ້ເປັນເອກະສັນເລືອກເອົາສະຫາຍ ບຸນທະວີ ສີປະເສີດ ເປັນເລຂາໜ່ວຍພັກ, ເລືອກເອົາສະຫາຍ ບົວພອນ ແກ້ວມີໄຊ ເປັນຮອງເລຂາ ທັງເປັນຜູ້ຮັບຜິດຊອບວຽກງານກວດກາໜ່ວຍພັກ, ເລືອກເອົາສະຫາຍ ບຸນທັນ ພວງແກ້ວ ເປັນຄະນະ ແລະ ເລືອກເອົາຜູ້ແທນສົມບູນ-ສໍາຮອງ ຈຳນວນ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງຫົງສາ.
ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນໄດ້ເປັນເອກະສັນປະຊາມະຕິຮັບຮອງເອົາມະຕິກອງປະຊຸມໃຫຍ່ຂອງຕົນ ດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ.
(ຂ່າວ-ພາບ: ກິດຕິສັກ ບົວໄລ)