ກອງປະຊຸມສໍາມະນາປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຮ່າງມະຕິ, ຄູ່ມືກ່ຽວກັບການເຄື່ອນໄຫວວຽກງານສາຍດ່ວນ 156 ຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ -1 ກັນຍາ 2024 ທີ່ເມືອງວຽງຄໍາ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ປະທານກວດກາພັກ-ລັດຮອງປະທານສະພາແຫ່ງຊາດ; ມີບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ບັນດາທ່ານຮອງປະທານກໍາມາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ, ທ່ານຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາທ່ານທີ່ປຶກສາດ້ານກົດໝາຍຂອງ ສພຊ,ບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າກົມ/ຫ້ອງການ ຂອງຄະນະເລຂາທິການສະພາແຫ່ງຊາດ,ບັນດາທ່ານຄະນະກົມທີ່ກ່ຽວຂ້ອງຈາກຄະນະກວດກາສູນກາງພັກ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ວຽກງານກວດກາ ເປັນວຽກງານທີ່ມີຄວາມສໍາຄັນ, ເປັນສິ່ງຕັດສິນຜົນສໍາເລັດ ແລະ ປະສິດທິຜົນຂອງວຽກງານ ຊຶ່ງພັກໄດ້ກຳນົດວ່າ “ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນໍາພາ’’; ການນໍາພາ ແລະ ການປະຕິບັດວຽກງານກວດການັ້ນ, ນອກຈາກມີກົດໝາຍທີ່ກ່ຽວຂ້ອງກຳນົດດ້ານຫຼັກການລວມແລ້ວ, ກໍມີຄວາມຈຳເປັນຕ້ອງໄດ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ເພື່ອກຳນົດບັນດາຫຼັກການ, ຂັ້ນຕອນ, ຄວາມຮັບຜິດຊອບໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຂອງຄະນະກວດກາ ຕາມແຜນການປົກກະຕິ ແລະ ກວດກາສະເພາະກິດ ເພື່ອເປັນບ່ອນອີງໃນການເຄື່ອນໄຫວດໍາເນີນການກວດກາ, ຮັບປະກັນໃຫ້ການເຄື່ອນໄຫວຖືກຕ້ອງຕາມກົດໝາຍ ທັງຮັບປະກັນຄວາມໂປ່ງໃສ, ເຂັ້ມແຂງ ໃນການປະຕິບັດວຽກງານຂອງທຸກພາກສ່ວນ ສາມາດກວດກາໄດ້ ແນໃສ່ປະກອບສ່ວນແກ້ໄຂປາກົດການຫຍໍ້ທໍ້, ຕ້ານການສໍ້ລາດບັງຫຼວງ ແລະ ການລະເມີດກົດໝາຍ ພ້ອມທັງແກ້ໄຂຜົນຂອງການກວດກາໃຫ້ເຂັ້ມງວດ ແລະ ທັນເວລາ. ສຳລັບວຽກງານສາຍດ່ວນຂອງສະພາແຫ່ງຊາດ ກໍມີຄວາມສໍາຄັນຫຼາຍ ໂດຍສະເພາະການປະຕິບັດພາລະບົດບາດເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊຶ່ງຕ້ອງໄດ້ເກັບກໍາ ແລະ ຮັບຟັງຄວາມຄິດເຫັນຂອງປະຊາຊົນ, ການຮັບຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ແມ່ນການສ່ອງແສງໃຫ້ເຫັນສະພາບດ້ານຜົນສໍາເລັດໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງສະພາແຫ່ງຊາດ ເປັນຕົ້ນແມ່ນການປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ; ພ້ອມດຽວກັນນັ້ນ ກໍເຫັນໄດ້ເຖິງບັນຫາຂໍ້ຄົງຄ້າງທີ່ຕ້ອງໄດ້ຄົ້ນຄວ້າ, ພິຈາລະນາ ເພື່ອເປັນຂໍ້ມູນໃຫ້ແກ່ສະພາແຫ່ງຊາດ ໃນຖານະທີີ່ເປັນອົງການນິຕິບັນຍັດ ມີພາລະບົດບາດໃນການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ເພື່ອກໍານົດມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນໄດ້ທັນເວລາ. ນອກນັ້ນ, ບັນດາຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນທີ່ສົ່ງເຖິງສະພາແຫ່ງຊາດ ເປັນຂໍ້ມູນທີ່ສຳຄັນໃຫ້ແກ່ສະພາແຫ່ງຊາດ ເພື່ອຄົ້ນຄວ້າ, ກໍານົດເປັນຄໍາຊັກຖາມມອບໃຫ້ກະຊວງ, ອົງການກ່ຽວຂ້ອງ ມາຊີ້ແຈງບັນຫາດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະຄັ້ງ; ສະນັ້ນ, ການຮ່າງນິຕິກໍາ ກໍເພື່ອກໍານົດວິທີການແກ້ໄຂບັນຫາທີ່ຮີບດ່ວນ, ເຄັ່ງຮ້ອນຂອງສັງຄົມ ໃຫ້ໄດ້ຮັບການປັບປຸງແກ້ໄຂໄດ້ທັນເວລາ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດກ່ຽວກັບຄວາມຈໍາເປັນໃນການຮ່າງມະຕິວ່າດ້ວຍການກວດກາ ແລະ ຕ້ານການສໍ້ລາດບັງຫຼວງຂອງສະພາແຫ່ງຊາດ ແລະ ຜ່ານຮ່າງມະຕິດັ່ງກ່າວ, ລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານສາຍດ່ວນໃນໄລຍະຜ່ານມາ ແລະ ຄວາມຈໍາເປັນໃນການຮ່າງມະຕິ ແລະ ຄູ່ມືການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ແລະ ຜ່ານຮ່າງມະຕິ ແລະ ຄູ່ມືດັ່ງກ່າວ; ບັນດາຜູ້ແທນກອງປະຊຸມ ກໍໄດ້ສຸມສະຕິປັນຍາຄົ້ນຄວ້າ,ປະກອບຄໍາຄິດຄຳເຫັນຢ່າງມີຈຸດສຸມ, ກະທັດຮັດ, ເລິກເຊິ່ງ ແລະ ຕິດແທດກັບຕົວຈິງເພື່ອເປັນຂໍ້ມູນໃຫ້ແກ່ຄະນະຮັບຜິດຊອບຮ່າງນິຕິກຳດັ່ງກ່າວ ນຳໄປຄົ້ນຄວ້າ, ປັບປຸງກະກຽມນໍາເຂົ້າລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກອົງການເຮວວິຕັດ (Helvetas) ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
ຂ່າວ-ພາບ: ສອນສັກ ວັນວິໄຊ