ໃນວັນທີ 2 ກັນຍາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີໄຂສົກຮຽນໃໝ່ 2024-2025 ຂຶ້ນທີ່ຫ້ອງປະຊຸມພະແນກສືກສາທິການ ແລະ ກິລາແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພາກສ່ວນກ່ຽວຂ້ອງ ແລະ ນ້ອງເຍົາວະຊົນເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທະວີ ວັນນະພາຜົນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຂື້ນກ່າວຕ້ອນຮັບແຂກພ້ອມ​ທັງຜ່ານລາຍງານການກະກຽມພິທີໄຂສົກຮຽນໃໝ່2024-2025ບາງຕອນທ່ານກ່າວວ່າ: ໃນສົກຮຽນ 2024-2025 ມີໂຮງຮຽນອະນຸບານ-ລ້ຽງເດັກ 46 ແຫ່ງ, ໂຮງຮຽນປະຖົມສຶກສາທັງໝົດ 77 ແຫ່ງ, ໂຮງຮຽນມັດທະຍົມມີ 16 ແຫ່ງ, ມັດທະຍົມສົມບູນ 13 ແຫ່ງ, ມີນັກຮຽນ 6.692 ຄົນ ຍິງ 3.204 ຄົນ, ທຽບໃສ່ສົກຮຽນຜ່ານມາມີນັກຮຽນ​ເພີ່ມຂຶ້ນ 400 ຄົນ ຍິງ 250 ຄົນ.
(ພາບ-ຂ່າວ: ສົມ​ພົງສີ​ສະ​ຫວັດ).