ວິທະຍາໄລຕໍາຫຼວດປະຊາຊົນເລກ II ໄດ້ຈັດພິທີປິດຊຸດຮຽນຂອງນັກສຶກສາສາລະດັບຊັ້ນສູງຮຸ່ນທີ V ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງວິທະຍາໄລຕໍາຫຼວດປະຊາຊົນເລກ II, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນ ໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ສະຫາຍ ພັອ ມີໄຊ ໄຊສົງຄາມ ຮອງຫົວໜ້າກົມກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ, ສະຫາຍ ພັອ ວິຄໍາ ຂຸນສໍານານ ຫົວໜ້າວິທະຍາໄລຕຳຫລວດປະຊາຊົນເລກ II, ມີການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັອ ມີໄຊ ໄຊສົງຄາມ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງວ່າດ້ວຍການອະນຸມັດປິດຊຸດຮຽນຮຸ່ນທີ V ແລະ ໄດ້ປະກາດການປະຕິບັດນະໂຍບາຍເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ. ໃນນີ້, ຊັ້ນຮ້ອຍເອກຂຶ້ນພັນຕີ 3 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 5 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ 2 ສະຫາຍ, ປະດັບຊັ້ນຮ້ອຍຕີ 120 ສະຫາຍ ພ້ອມທັງໄດ້ມີການປະດັບຊັ້ນຍ້ອງຍໍຂັ້ນກົມໃຫຍ່ການເມືອງອີກຈຳນວນ 34 ສະຫາຍໂດຍການໃຫ້ກຽດປະດັບຊັ້ນໂດຍສະຫາຍ ເລຂາພັກແຂວງສະຫວັນນະເຂດ. ຕໍ່ຈາກນັ້ນ, ໃນພິທີກໍຍັງໄດ້ມີການມອບໃບຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງ 112 ສະຫາຍ, ຂັ້ນວິທະຍາໄລ 31 ສະຫາຍ ແລະ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນຕ່າງໆທີ່ມີຜົນງານການປະກອບສ່ວນແກ່ວຽກງານການສຶກສາຂອງນັກສຶກສາຮຸ່ນທີ V ນຳອີກ.
ສະຫາຍ ພັທ ມິ່ງແກ້ວ ວົງຄຳພາ ຮອງຫົວໜ້າວິທະຍາໄລຕຳຫຼວດປະຊາຊົນເລກ II ໄດ້ຜ່ານບົດສະຫຼຸບຕີລາຄາໃນການຈັດຕັ້ງເຄື່ອນໄຫວແຜນການຮຽນ-ການສອນຂອງລະບົບກໍ່ສ້າງຊັ້ນສູງ ຮຸ່ນທີ V, ຊຶ່ງມີຈຳນວນພົນທັງໝົດ 185 ສະຫາຍ ຍິງ 43 ສະຫາຍ, ປະກອບມີ 4 ຂະແໜງການຮຽນຄື: ຂະແໜງຄຸມຂັງດັດສ້າງ, ຂະແໜງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຂະແໜງສືບຂ່າວອາຍາ ແລະ ຂະແໜງປ້ອງກັນເສດຖະກິດ, ຊຶ່ງການຮຽນ ແລະ ສອບເສັງປະກອບມີ 3 ພາກວິຊາຄື: ພາກວິຊາການເມືອງ, ພາກວິຊາກົດໝາຍ, ພາກວິຊາສະເພາະກຳລັງ ປກສ.
ໃນພິທີ, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນຄັ້ງນີ້ ຊຶ່ງເປັນການສ້າງບຸກຄະລາກອນ, ຍົກສູງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກຕໍ່ກຳລັງ ປກສ ໃຫ້ເປັນເສນາທິການ, ເປັນເຈົ້າການໃຫ້ແກ່ພັກ-ລັດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີສະຕິຕໍ່ກົນອຸບາຍຂອງສັດຕູກໍຄືກຸ່ມຄົນທີບໍ່ຫວັງດີ, ນໍາໃຊ້ຄວາມຮູ້-ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ຖືກຕ້ອງສອດຄ່ອງກັບລະບຽບຫຼັກການ, ກົດໝາຍ, ສືບຕໍ່ຝຶກຝົນຫຼໍ່ຫຼ້ອມຕົນເອງດ້ວຍການຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆເປັນຕົ້ນ: ດ້ານທິດສະດີການເມືອງ, ວິຊາສະເພາະ, ເຕັກໂນໂລຊີ, ພາສາຕ່າງປະເທດ ໃຫ້ຢູ່ໃນລະດັບທີ່ແນ່ນອນ./.
(ຂ່າວ: ສະຫວັນ)