ພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2024-2025 ທົ່ວແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພຸດລໍາໄພ ທຽມພະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ, ມີບັນດາຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ພ້ອມດ້ວຍ ນ້ອງນັກຮຽນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພຸດລໍາໄພ ທຽມພະສອນ ໄດ້ເນັ້ນໜັກໃຫ້ໃຫ້ຄູ-ອາຈານ ຕ້ອງໄດ້ເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ແຂງແຮງ ເປັນຕົ້ນແມ່ນການແຕ່ງບົດສອນ, ການຂຶ້ນຫ້ອງໃຫ້ທັນກັບເວລາ ແລະ ເປັນປົກກະຕິ, ເອົາໃຈໃສ່ຄົ້ນຄວ້າກ່ຽວກັບຫຼັກສູດ ແລະ ການຮຽນ-ການສອນໃຫ້ມີຄຸນນະພາບປະຕິບັດໜ້າທີ່ຢ່າງເປັນມືອາຊີບ ໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ ແລະ ພັດທະນາຕົນເອງ ທາງດ້ານວິຊາສະເພາະ, ເຕັກນິກການສອນໃຫ້ທັນກັບສະພາບການປ່ຽນແປງໃໝ່ ແລະ ເຕັກໂນໂລຢີໃໝ່ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ໃຫ້ມີປະສິດທິພາບສູງຂຶ້ນ ສ່ວນຫຼານນ້ອຍນ້ອງນັກຮຽນ ກໍໃຫ້ເອົາໃຈໃສ່ໃນການ ຮໍ່າຮຽນເອົາຄວາມຮູ້ນໍາຄູ-ອາຈານ, ຝຶກຝົນຕົນເອງໃຫ້ກາຍເປັນນັກຮຽນດີ ມີຄຸນສົມບັດສິນທໍາປະຕິວັດ, ເປັນລູກທີ່ດີຂອງພໍ່ແມ່ ເປັນນັກຮຽນດີ ນັກຮຽນເກັ່ງຂອງຄູອາຈານ ແລະ ເປັນພົນລະເມືອງດີຂອງຊາດ ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູ້ປົກຄອງເດັກ ໃຫ້ເອົາໃຈໃສ່ລະດົມລູກຫຼານທີ່ປະລະການຮຽນໃນໄລຍະຜ່ານມາ ກັບມາເຂົ້າຮຽນຄືນໃຫ້ໝົດ ໂດຍຖືເອົາການສຶກສາເປັນໜ້າທີ່ຄວາມຮັບຜິດຊອບຂອງທົ່ວປວງຊົນລາວທັງຊາດ ເພື່ອເຮັດໃຫ້ການຮຽນ-ການສອນ ຮັບປະກັນດ້ານຄຸນະພາບ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້.
(ຂ່າວ: ພຸດທະສອນ ເວດສະວົງ)