ພະ​ແນກ​ສຶກ​ສາ​ທິການ ແລະ ກິ​ລານະ​ຄອນຫຼວງວຽງ​ຈັນ (ນວ) ໄດ້ຈັດພິທີເປີດສົກຮຽນໃໝ່ ສົກ2024-2025​​ຂຶ້ນ​ໃນ​ວັນ​ທີ 3 ກັນ​ຍານີ້​ທີ່​ໂຮງ​ຮຽນມັດທະຍົມສຶກສາສົມບູນວຽງ​ຈັນ (ມ​ສ ວຽງຈັນ) ໂດຍການເປັນກຽດເຂົ້າຮ່ວມ​ຂອງ​ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ,​ມີ​ບັນ​ດາພະນັກງານ, ຄູ-ອາຈານ, ນັກຮຽນ​ເຂົ້າ​ຮ່ວມ.
ທ່ານ ສົມ​ພອນ ສອນ​ດາ​ລາ ຫົວ​ໜ້າ​ພະ​ແນກ​ສຶກ​ສາ​ທິການ ແລະ ກິ​ລາ​ນວໄດ້​​ລາຍ​ງານໃຫ້ຮູ້​ວ່າ: ຜົນສໍາເລັດວຽກງານສຶກສາແລະກິລາໄດ້​ສຳ​ເລັດການ​ບຳ​ລຸງ​ຊັ້ນ​ປະ​ຖົມ​​ໃຫ້​ແກ່​ປະ​ຊາ​ຊົນພາຍ​ໃນ ນວ ຈຳນວນ 48ບ້ານ, ມີຜູ້ສໍາເລັດທັງໝົດ 651 ຄົນ,ສໍາ​ເລັດ​ການບຳ​ລຸງ​ຊັ້ນ​ມັດ​ທະ​ຍົມ​ຕອນ​ຕົ້ນ​ໃຫ້​ແກ່​ປະ​ຊາ​ຊົນໄດ້​ຈຳ​ນວນ 72 ຈຸດ​ຮຽນ,ມີຜູ້ສໍາເລັດ1.462 ຄົນ,ສໍາເລັດ​ການ​ບຳ​ລຸງຊັ້ນມັດທະຍົມຕອນປາຍບຳລຸງມ7ໃຫ້ແກ່​ປະ​ຊາ​ຊົນກຸ່ມ​ຜູ້​ສົນ​ໃຈຜູ້​ທີ່​ດ້ອຍ​ໂອ​ກາດຈຳ​ນວນ 4 ຈຸດ​ຮຽນ​ມີທັງໝົດ207 ຄົນ, ໄດ້ຈັດຝຶກອົົບຮົມວິຊາຊີບໃຫ້ແກ່ປະ​ຊາ​ຊົນໃນນວ ເຊັ່​ນ: ວິຊາ​ຕັດ​ຫຍິບ, ປຸງ​ແຕ່ງ​ອາ​ຫານ, ​ເສີມ​ສວຍ, ການ​ບຳ​ລຸງ​ພາ​ສາ​ອັງ​ກິດ, ການ​ເຮັດ​ເຂົ້າ​ໜົມ​ຊະ​ນິດ​ຕ່າງໆໄດ້​ທັງ​ໝົດ 310 ຄົນ,ໃນນວມີສູນຝຶກອົບຮົມພາກເອກະຊົນຮູບແບບການສຶກສານອກໂຮງຮຽນຈຳນວນ 108 ແຫ່ງເຊັ່ນ: ການຝຶກອົບຮົມພາສາຕ່າງປະເທດ, ການຝຶກອົບຮົມທັກສະການເວົ້າແລະການໂຄສະນາສື່ສານ, ການຝຶກອົບຮົມການເສີມສວຍ, ປຸງແຕ່ງແລະອື່ນໆ;ສໍາລັບການສຶກສາຊັ້ນສູງນັກຮຽນຈົບມ7 ໄດ້ຮຽນຕໍ່ພາຍໃນປະເທດຈໍານວນ 8.764 ຄົນແລະມີນັກຮຽນຈົບມ7 ແລະພະນັກງານໄປສຶກສາຕໍ່ທີ່ສສຫວຽດນາມຈໍານວນ 47 ຄົນ, ຮຽນຢູ່ນະຄອນຫຼວງຮ່າໂນ້ຍ 20 ຄົນ, ຮຽນຢູ່ນະຄອນໂຮ່ຈິມິນ 17 ຄົນ,ໃນນີ້ຊັ້ນປະລິນຍາໂທ 7 ຄົນ; ແຂວງແທງຮົວຈໍານວນ 10 ຄົນ. ນອກນັ້ນ, ຍັງໄດ້ຈັດການຮຽນ-ການສອນສາມັນວິຊາຊີບໄດ້ທັງໝົດ 164 ຄົນ;ໄດ້​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອຮ່ວມ​ມື​ກັບ​ບັນດາອົງການ​ຈັດ​ຕັ້ງ​ສາກົນທີ່​ບໍ່​ສັງກັດ​ລັດຖະບານ​​ໃນ​ການ​ສະໜັບສະໜູນ​ດ້ານ​ອຸປະກອນ​ການ​ຮຽນ-ການ​ສອນ, ກໍ່ສ້າງພື້ນຖານໂຄງລ່າງ, ປັບປຸງສະພາບແວດລ້ອມການຝຶກອົບຮົມ,ໃຫ້ທຶນການສຶກສາ, ການຊ່ວຍເຫຼືອອຸປະກອນ ແລະ ປັບປຸງຫ້ອງກວດການໄດ້ຍິນຂອງໂຮງຮຽນຄົນພິການ, ຈາກນະຄອນຫຼວງ, ກະຊວງສຶກສາ ແລະ ຄູ່ຮ່ວມພັດທະນາເຊັ່ນ: Asia Exchange Foundation,ADRF, GOOD HANDS, BEQUAL, SCG, DICໄດ້ຮັບທຶນຊ່ວຍເຫຼືອຝຶກອົບຮົມໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດເປັນຕົ້ນການເບິ່ງແຍງຜູ້ສູງອາຍຸ, ການໂຮງແຮມ ແລະ ການກໍ່ສ້າງຫໍພັກສຳລັບນັກຝຶກອົບຮົມຈາກອົງການ IV-JAN ແລະ ອື່ນໆ, ສໍາເລັດການຈັດງານແຂ່ງຂັນ​ງານ​ກິລາປະຈໍາປີຄັ້ງທີ 2 ທີ່ເມືອງສີໂຄດຕະບອງເປັນເຈົ້າພາບ ​ແລະ ການ​ແຂ່ງຂັນ​ສິລະ​ປະນັກຮຽນ​ທົ່ວ​ນວ ທີ່ສູນການຄ້າລາວ-ໄອເຕັກ, ສາມາດເຫັນໄດ້ບັນດານັກຮຽນຜູ້ທີ່ມີພອນສະຫວັນເພື່ອຄັດເລືອກ ແລະ ກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນທົ່ວປະເທດທີ່ແຂວງສາລະວັນໃນທ້າຍປີນີ້.
​ໂອ​ກາດນີ້​, ທ່ານພູວົງ ວົງຄໍາຊາວ​ໄດ້​ໃຫ້ກຽດໂອ້​ລົມເນັ້ນໜັກຕໍ່ຜູ້ບໍລິຫານການສຶກສາທຸກຂັ້ນ, ຕໍ່ຄູ-ອາຈານ, ນັກຮຽນ ແລະ ອຳນາດການປົກຄອງ ກໍຄືຜູ້ປົກຄອງໃຫ້ເອົາໃຈໃສ່ເພີ່ມທະວີບົດບາດຂອງຕົນ​ສຶກສາອົບຮົມການເມືອງ​ແນວ​ຄິດ​ໃຫ້ມີ​ຄວາມ​ທຸ່ນ​ທ່ຽງສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີຄວາມກະຕືລືລົ້ນຫ້າວຫັນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກງານຂອງຕົນຢ່າງມີຜົນສຳເລັດ, ວາງແຜນປັບປຸງແກ້ໄຂສິ່ງທີ່ຄົງຄ້າງໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະສ້າງ​ເງື່ອນ​ໄຂ ​ແລະ ​ໂອກາດ​ໃຫ້ໂຮງຮຽນໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ຂຶ້ນ​ເລື້​ອຍໆ, ການກະກຽມພື້ນຖານໂຄງລ່າງໃຫ້ມີຄວາມພ້ອມໂດຍພື້ນຖານ ເພື່ອ​ດຶງ​ດູດ​ຄວາມສົນໃຈຂອງລູກຫຼານ ແລະຜູ້ປົກຄອງໃຫ້ນໍາລູກຫຼານ​ມາ​ຮຽນໃຫ້ຫຼາຍຂຶ້ນ;ມີການ​ສະຫຼຸບ, ວາງ​ແຜນ​,ຈັດສຳ​ມະ​ນາແລະຝຶກ​ອົບ​ຮົມ​ຄູ, ເຜີຍ​ແຜ່ບັນ​ດາ​ນິ​ຕິ​ກຳ​ທີ່​ກ່ຽວ​ພັນ​ກັບ​ການ​ພັດ​ທະ​ນາ​ໂຮງ​ຮຽນ​ຮອບ​ດ້ານແລະ ຖອດຖອນ​ບົດ​ຮຽນ​ດ້ານ​ວິ​ຊາ​ການເພື່ອ​ປັບ​ປຸງ​ຄຸນ​ນະ​ພາບການ​ຮຽນ-ການ​ສອນຂອງ​ຄູ, ສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ,ເລ​ຂາ​ພັກ​ກຸ່ມ​ບ້ານ, ຊຸມ​ຊົນ, ​ຜູ້​ປົກ​ຄອງໃຫ້ສົ່ງ​ລູກຫຼານ​ກັບ​ຄືນ​ເຂົ້າ​ຮຽນ​​ຈົນ​ຈົບການ​ສຶກ​ສາ​ຂັ້ນ​ພື້ນ​ຖານ ໃຫ້ຖືວ່າການສຶກສາແມ່ນໜ້າທີ່ຂອງປວງຊົນ ເພື່ອແນໃສ່ເຮັດໃຫ້ການສຶກສາໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນກວ່າເກົ່າ ໃຫ້ສົມກັບວ່າ ພັກ ແລະ ລັດຖະບານໄດ້ຖືເອົາການພັດທະນາການສຶກສາເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ເປັນຂໍກຸນແຈສຳຄັນໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
(ຂ່າວ-ພາບ: ບຸນ​ອູ້ມ)