ພິທີໄຂສົກຮຽນໃໝ່ ສົກຮຽນ 2024-2025 ທົ່ວແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 3 ກັນຍານີ້ ທີ່ສະໂມສອນຂອງແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ. ມີການນຳພັກ-ລັດ, ແຂກເຊີນ ຈາກພະແນກການ, ອົງການ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາ ໄດ້ຂຶ້ນລາຍງານຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2023-2024, ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2024-2025.
ໃນໂອກາດນີ້, ທ່ານເຈົ້າແຂວງ ໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມ, ຊຸກຍູ້ບັນດາສະຖານການສຶກສາໃຫ້ໄດ້ເຄື່ອນໄຫວເປັນປົກກະຕິ, ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາສົນໃຈເຂົ້າຮຽນຫຼາຍຂຶ້ນ. ສຳລັບລູກຫຼານນັກຮຽນ-ນັກສຶກສາຈົ່ງຕັ້ງໃຈຄົ້ນຄວ້າຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່, ເປັນພົນລະເມືອງທີ່ດີຂອງປະເທດຊາດ; ຮຽກຮ້ອງມາຍັງທຸກການຈັດຕັ້ງທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາໃນຂອບເຂດທົ່ວແຂວງຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມ ກັບ ຂະແໜງການສຶກສາ ແລະ ກິລາໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອຕາມເງື່ອນໄຂ, ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນເພື່ອໃຫ້ສົກຮຽນໃໝ່ 2024-2025 ໃຫ້ມີຜົນສໍາເລັດໄປໄດ້ດ້ວຍດີ.
(ຂ່າວ: ໄມພອນ)