ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນໃນວັນທີ 3 ກັນຍາ ນີ້ ທີ່ ສປສສ,ພາຍໃຕ້ການເປັນປະທານຂອງທ່ານ ຄູນ ຜາສຸກ ຄະນະປະຈໍາພັກຮອງປະທານສານປະຊາຊົນສູງສຸດ ມີຫົວໜ້າກົມ, ຄະນະສານ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ພ້ອມດ້ວຍພະນັກງານພາຍໃນ ສານປະຊາຊົນສູງສຸດ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ແກ້ວຫຼ້າ ຄຳວົງສາ ຮອງຫົວໜ້າກົມຈັດຕັ້ງ ໄດ້ຜ່ານມະຕິຕົກລົງຂອງປະທານສານປະຊາຊົນສູງສຸດ ວ່າດ້ວຍການສັບປ່ຽນບ່ອນປະຈຳການຂອງພະນັກງານ ດັ່ງນີ້: ທ່ານ ນາງ ສຸພາມາດ ແສນອາມາດມົນຕີ ຮອງຫົວໜ້າກົມ ຄຸ້ມຄອງວິຊາການ ແລະ ສະຖິຕິສານ ໄປປະຈຳການຢູ່ ສານປະຊາຊົນນະຄອນຫຼວງ; ທ່ານ ນາງ ສີອຳພອນ ຈິດຕະວົງສາ ຮອງຫົວໜ້າຫ້ອງການສານປະຊາຊົນສູງສຸດ ໄປປະຈຳການຢູ່ ສານປະຊາຊົນແຂວງໄຊຍະບູລີ;ທ່ານ ຢົວເຮີ້ ເຢຍຍີ້ ຜູ້ພິພາກສາຊັ້ນສາມ ຄະນະສານອາຍາ ສານປະຊາຊົນສູງສຸດ ໄປປະຈຳການຢູ່ ສານປະຊາຊົນແຂວງຫຼວງພະບາງ; ທ່ານລ້ອງ ແກ້ວນໍລະສິງ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄປປະຈຳການຢູ່ ຄະນະສານແຮງງານ ສານປະຊາຊົນສູງສຸດ ແລະ ທ່ານ ນາງ ຈັນໄທ ໄຊຍະວົງ ຮອງຫົວໜ້າກົມຮ່ວມມືສາກົນ ໄປປະຈຳການຢູ່ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ.
ໃນໂອກາດນີ້, ທ່ານ ຄູນຜາສຸກ ໄດ້ໂອ້ລົມຊີ້ທິດເຍືອງທາງ ໂດຍໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການສັບປ່ຽນບ່ອນປະຈຳການໃນຄັ້ງນີ້ ຕ້ອງເອົາໃຈໃສ່ກຳແໜ້ນພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ, ເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດໜ້າທີ່ໃນການຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນໍາເອົາຄວາມຍຸຕິທຳມາສູ່ສັງຄົມ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ - ພະນັກງານ, ເຂັ້ມງວດປະຕິບັດກົດໝາຍ, ຈັນຍາບັນ - ຈັນຍາທຳ ດ້ານວິຊາຊີບ, ເອົາໃຈໃສ່ການພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມຖືກຕ້ອງ,ໂປ່ງໃສ, ຍຸຕິທຳ ແລະ ພ້ອມກັນເຮັດໜ້າທີ່ຕາມການມອບໝາຍ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
(ຂ່າວ-ພາບ: ສປສສ)