ເມື່ອບໍ່ດົນມານີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງນານ. ໂອກາດນີ້, ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ ໄດ້ລາຍງານຄວາມຄືບໜ້າ ຂອງການກະກຽມດຳເນີນກອງປະຊຸມໃຫຍ່ຂອງເມືອງ. ຈາກນັ້ນ, ບັນດາຄະນະຮັບຜິດຊອບຂັ້ນແຂວງ ໄດ້ມີຄໍາເຫັນເພື່ອເປັນການແລກປ່ຽນບົດຮຽນ ການກະກຽມຄວາມພ້ອມແຕ່ລະດ້ານ ເປັນຕົ້ນ ການສ້າງຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດສັງຄົມ ແລະ ຮ່າງເອກະສານປິ່ນອ້ອມຕ່າງໆ ເພື່ອໃຫ້ເຕັມໄປດ້ວຍເນື້ອໃນຢ່າງເລີກຊຶ່ງ, ຖືກຕ້ອງ ຊັດເຈນ ແລະ ມີຈຸດສຸມໃນການຈັດຕັ້ງປະຕິບັດວຽກງານ, ພ້ອມນີ້ຄະນະຮັບຜິດຊອບຂັ້ນເມືອງ ໄດ້ລາຍງານກ່ຽວກັບ ການກະກຽມຄວາມພ້ອມດຳເນີນກອງປະຊຸມໃຫຍ່ຂອງເມືອງ ຊຶ່ງປັດຈຸບັນໄດ້ມີການແຕ່ງຕັ້ງ ຄະນະກໍາມະການຮັບຜິດຊອບດ້ານຕ່າງໆຢ່າງລະອຽດ ເພື່ອກຽມຄວາມພ້ອມຮອບດ້ານ ເຮັດໃຫ້ກອງປະຊຸມໃຫຍ່ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ປະສົບຜົນສໍາເລັດ.
ທ່ານ ບຸນເຫຼືອ ສິນໄຊວໍລະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ຈົ່ງພ້ອມກັນເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນບັນດາເຜົ່າ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມແນວທາງຂອງພັກ ຕາມທ່າແຮງຂອງແຕ່ລະຄອບຄົວເປັນຕົ້ນ ການຜະລິດກະສິກໍາເພື່ອເປັນສິນຄ້າໃຫ້ຫຼາຍຂຶ້ນ ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກຂະແໜງການຂອງເມືອງ ພ້ອມກັນສຸມໃສ່ໃນການກະກຽມຄວາມພ້ອມ ໃນການດຳເນີນກອງປະຊຸມໃຫຍ່ຂອງເມືອງ ບໍ່ວ່າຈະເປັນທາງດ້ານເນື້ອໃນ, ບຸກຄະລາກອນ, ງົບປະມານຮັບໃຊ້ ແລະ ອຶ່ນໆ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ຮັບປະກັນເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມ ໂຄງການການກໍ່ສ້າງລະບົບຊົນລະປະທານນໍ້າແສງ ແລະ ການກໍ່ສ້າງເສັ້ນທາງ ເຂົ້າຫາເນື້ອທີ່ທໍາການຜະລິດຂອງປະຊາຊົນຢູ່ບ້ານທົ່ງພຽງວິໄລ ຊຶ່ງເປັນໂຄງການຕົວແບບດ້ານການພັດທະນາພືນຖານໂຄງລ່າງຂອງເມືອງນານ.
(ຂ່າວ: ຫຸມແພງ ສີດາໄລ)