ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ສໍາເລັດຊຸດຝຶກອົບຮົມແນະນໍາການນໍາໃຊ້ສື່ການຮຽນ-ການສອນ ໃນໂຄງການຝຶກເວົ້າພາສາລາວ ແລະ ຄູ່ມື ວິຊາພາສາລາວ ສະບັບປັບປຸງໃໝ່ ປີທີ 1 ເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ໂຮງຮຽນປະຖົມສົມບູນໂພນສະຫວ່າງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາວອນ ສອນສຸພາບ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄູຝຶກ, ຄູສອນ ປໍ 1 ທັງພາກລັດ ແລະ ເອກະຊົນຢູ່ພາຍໃນເມືອງເຂົ້າຮ່ວມ 100 ກວ່າທ່ານ.
ຝຶກອົບຮົມຄັ້ງນີ້, ແມ່ນເພື່ອເຮັດໃຫ້ຄູ-ອາຈານທີ່ເຂົ້າຮ່ວມ ໄດ້ແລກປ່ຽນບົດຮຽນ, ມີຄວາມເຂົ້າໃຈກ່ຽວກັບທິດສະດີການສອນ, ເນື້ອໃນຫຼັກສູດປື້ມແບບຮຽນ, ປື້ມຄູ່ມື ແລະ ການສັງເກດການຝຶກເວົ້າພາສາລາວ ແລະ ຄູ່ມືວິຊາພາສາລາວ ສະບັບປັບປຸງໃໝ່ ຊັ້ນປະຖົມສຶກສາ ປີທີ 1 ໃຫ້ຄ່ອງແຄ້ວ, ສາມາດນໍາໃຊ້ວິທີສອນ, ການຈັດກິດຈະກໍາ, ການຮຽນ-ການສອນ ໃຫ້ເໝາະສົມກັບຕໍາລາໃໝ່, ການບັນທຶກຂອງນັກຮຽນ, ວິທີການນໍາໃຊ້ສື່ການຮຽນ- ການສອນ ແລະ ການສັງເກດການສອນ ຢ່າງມີປະສິດທິຜົນ ແລະ ສາມາດນໍາເອົາຄວາມຮູ້ຈາກການຝຶກອົບຮົມ ໄປຝຶກຕໍ່ໃຫ້ຄູສອນຢູ່ພາຍໃນໂຮງຮຽນ ຫຼື ຈັດຕັ້ງການຮຽນ-ການສອນ ໃຫ້ບັນລຸຕາມຈຸດປະສົງຂອງຫຼັກສູດ, ເຮັດໃຫ້ການສອນຂອງຄູ ແລະ ການຮຽນຂອງນັກຮຽນດີຂຶ້ນ ຮັບປະກັນທາງດ້ານຄຸນນະພາບ.
(ຂ່າວ: ເມືອງແກ່ນທ້າວ)