ວັນທີ 4 ກັນຍາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດຕັ້ງຮັບຟັງປາຖະກະຖາວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ (2 ກັນຍາ 1945–2 ກັນຍາ 2024) ໂດຍການປາຖະກະຖາຂອງສະຫາຍ ນາງ ພອນເພັດ ອຸ່ນແກ້ວ ຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນການຫວນຄືນມູນເຊື້ອ ຄັ້ງນີ້ ສະຫາຍ ນາງ ພອນເພັດ ອຸ່ນແກ້ວ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວໂດຍຫຍໍ້ໂດຍສະເພາະໃນໄລຍະການຕໍ່ສູ້ຢຶດອໍານາດການປົກຄອງ, ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າທີ່ເຂົ້າມາຮຸກຮານຫວຽດນາມ ເຮັດໃຫ້ປະຊາຊົນຫວຽດນາມ ສູນເສຍສິດເປັນເຈົ້າບໍ່ມີອິດສະລະພາບຖືກກົດຂີ່ຢ່າງໜັກໜ່ວງ, ປະຊາຊົນຫວຽດນາມບໍ່ສາມາດອົດທົນຕໍ່ການກົດຂີ່ຂູດຮີດອັນແສນທໍລະມານ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດ ລຽນຕິດ, ເພື່ອຊີ້ນຳ-ນຳພາ ການຕໍ່ສູ້ຍາດເອົາເອກະລາດ ພັກກອມມູນິດຫວຽດນາມ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນບາດລ້ຽວອັນຍິ່ງໃຫຍ່ໃນ ປະຫວັດສາດຂອງການປະຕິວັດຫວຽດນາມ ນັບຈາກນັ້ນມາຂະບວນການວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດຍາດເອົາອຳນາດການປົກຄອງ ທ້ອນໂຮມປະເທດຊາດເປັນເອກະພາບ ນຳເອົາປະເທດຊາດກ້າວສູ່ສັງກາດແຫ່ງຄວາມເປັນເອກະລາດ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ສືບຕໍ່ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້ເພື່ອທ້ອນໂຮມ ປະເທດຊາດໃຫ້ເປັນເອກະພາບ ແລະ ສະຖາປະນາສາທາລະນະລັດ ສັງຄົມນິຍົມຫວຽດນາມຂຶ້ນ, ທັງນີ້ກໍເພື່ອເຮັດໃຫ້ນາຍທະຫານເຫັນໄດ້ເຖິງມູນເຊື້ອແຫ່ງການຕໍ່ສູ້ຮ່ວມຂຸມ ຄອງດຽວກັນຂອງສອງຊາດ ລາວ-ຫວຽດນາມ ເຫັນໄດ້ພັກ ນຳພາອັນສະຫຼາດສ່ອງໃສ ຂອງປະທານ ໂຮ່ຈິມິນ ເປັນຜູ້ນຳພາຈຶ່ງໄດ້ຮັບໄຊຊະນະຕະຫຼອດມາ. ໃນໄລຍະການປົກປັກຮັກສາ ແລະ ຂະຫຍາຍໝາກຜົນການປະຕິວັດດຳເນີນຕໍ່ສູ້ປົດປ່ອຍຊາດ ທ້ອນໂຮມປະເທດຊາດເປັນເອກະພາບ ໃນໄລຍະປະຕິວັດສັງຄົມນິຍົມ ແລະ ປະຕິບັດພາລະກິດປ່ຽນແປງໃໝ່ກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ ແຕ່ປິ 1975 ເປັນຕົ້ນມາ ແລະ ການພົວພັນຮ່ວມມືຄວາມສາມັກຄີພິເສດ ລາວ - ຫວຽດນາມ; ນອກຈາກນັ້ນ, ໃນພິທີຍັງໄດ້ຫວນຄືນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ ຊຶ່ງເປັນອີກວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ເປັນມູນເຊື້ອແຫ່ງການຕໍ່ສູ້ກູ້ເອົາເອກະລາດແຫ່ງຊາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຮັດໃຫ້ປະຊາຊົນບັນດາເຜົ່າມີສິດເສລີພາບ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ຍັງສະແດງໃຫ້ເຫັນຄວາມເສຍສະຫຼະອັນໃຫຍ່ຫຼວງຂອງນັກຮົບໃນກອງທັບທີ່ໄດ້ອຸທິດຊີວິດ ເພື່ອປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ. ທັງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີຄວາມຮັບຮູ້, ເຂົ້າໃຈ ກຳແໜ້ນບັນດາເນື້ອໃນຂອງວັນສຳຄັນ 2 ປະຫວັດສາດ ໃຫ້ມີເປັນເອກະພາບສູງໃນການຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ ເພື່ອເປັນການເພີ່ມທະວີການສຶກສາອົບຮົມສະມາຊິກພັກ ພະນັກງານ - ລັດຖະກອນ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບການຮ່ວມມືຢ່າງສະໜິດແໜ້ນລະຫວ່າງ ລາວ -ຫວຽດນາມ.
(ຂ່າວ:ສຸກ ອອປສ)