ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກັນຍາ ຜ່ານມາວ່າ: ນູແວນເຊລັງ (New Zealand)ກຽມເກັບຄ່າທຳນຽມຈາກນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນຈາກແຕ່ກ່ອນເຖິງ3 ເທົ່າ ຊຶ່ງຈະປະຕິບັດໃນເດືອນຕຸລານີ້, ໂດຍຫວັງວ່າຈະສາມາດຈຳກັດຈຳນວນນັກທ່ອງທ່ຽວ ເພື່ອຈະຫຼຸດຜົນກະທົບຕໍ່ຊັບພະຍາກອນທຳມະຊາດ.
ລັດຖະບານນູແວນເຊລັງອອກຖະແຫຼງການ ໃນວັນທີ 3 ກັນຍາ ຜ່ານມາ ວ່າ: ກຽມເກັບຄ່າທຳນຽມຈາກນັກທ່ອງທ່ຽວຕ່າງປະເທດ ແລະ ການອະນຸລັກເພີ່ມອີກເກືອບ3 ເທົ່າ ຈາກເດີມ35ໂດລານູແວນເຊລັງ ເພີ່ມເປັນ 100ໂດລານູແວນເຊລັງ, ໂດຍຈະເລີ່ມໃນວັນທີ 1 ຕຸລານີ້ເປັນຕົ້ນໄປ ເພື່ອຫວັງວ່ານັກທ່ອງທ່ຽວຈະມີສ່ວນຮ່ວມໃນການບໍລິການສາທາລະນະ ແລະ ໄດ້ຮັບປະສົບການທີ່ດີໃນຂະນະທີ່ມາທ່ຽວນູແວນເຊລັງ.
ກ່ອນໜ້າທີ່ຈະມີນະໂຍບາຍນີ້ອອກມາ ນູແວນເຊລັງ ຕ້ອງປະເຊີນບັນຫາຄືກັນກັບສະຖານທ່ອງທ່ຽວທີ່ມີຊື່ສຽງຕ່າງໆໃນໂລກ ທີ່ມີນັກທ່ອງເຂົ້າໄປໃນພື້ນທີ່ຫຼາຍເກີນຂອບເຂດ ຈົນສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງທຳມະຊາດ. ໂດຍການເກັບຄ່າທຳນຽມ 35 ໂດລານູແວນເຊລັງ ເລີ່ມໃຊ້ມາຕັ້ງແຕ່ເດືອນກໍລະກົດ ປີ 2019 ແຕ່ມັນຍັງບໍ່ພຽງພໍກັບຄວາມເສຍຫາຍທາງສິ່ງແວດລ້ອມທີ່ເກີດຈາກນັກທ່ອງທ່ຽວທີ່ມີຈຳນວນຫຼາຍເກີນໄປ,ລັດຖະບານເຊື່ອໝັ້ນວ່າອັດຕາຄ່າທຳນຽມດັ່ງກ່າວຍັງຢູ່ໃນລະດັບທີ່ແຂ່ງຂັນກັບປະເທດອື່ນໄດ້ ແລະ ໝັ້ນໃຈວ່າ ນູແວນເຊລັງ ຈະຍັງເປັນຈຸດໝາຍປາຍທາງທີ່ດຶງດູດໃຈນັກທ່ອງທ່ຽວຕໍ່ໄປ.
ທັງນີ້, ຂໍ້ມູນຈາກສໍານັກງານສະຖິຕິຂອງນູແວນເຊລັງ ພົບວ່າ: ລາຍຮັບຈາກການເດີນທາງຈົນເຖິງວັນທີ 10 ມິຖຸນາ ຂອງປີນີ້ ມີ14,96 ຕື້ໂດລານູແວນເຊລັງ ຫຼຸດລົງ5%ຈາກກ່ອນໜ້າໄລຍະທີ່ມີການລະບາດຂອງໂຄວິດ-19, ໂດຍຈໍານວນນັກທ່ອງທ່ຽວ ມີປະມານ80%ຂອງຈຳນວນນັກທ່ອງທ່ຽວໃນໄລຍະກ່ອນການປິດຊາຍແດນ ຊຶ່ງນອກຈາກການເກັບຄ່າທຳນຽມຈາກນັກທ່ອງທ່ຽວເພີ່ມຂຶ້ນແລ້ວ ກ່ອນໜ້ານີ້ ລັດຖະບານນູແວນເຊລັງ ກໍມີການປັບເພີ່ມຄ່າທຳນຽມວີຊາ ແລະ ຍັງມີແຜນທີ່ຈະສະເໜີເພີ່ມຄ່າທຳນຽມສະໜາມບິນໃນພາກພື້ນອີກດ້ວຍ.