ຫວ່າງບໍ່ດົນມານີ້ ທີ່ສະໂມສອນ ເມືອງວຽງຄຳ ແຂວງຫຼວງພະບາງ, ຄະນະນໍາສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ນຳໂດຍທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄຊປປລ ແຂວງຫຼວງພະບາງ ລົງເຄື່ອນໄຫວມອບເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບໄພນໍ້າຖ້ວມຢູ່ເມືອງວຽງຄຳ ແຂວງຫຼວງພະບາງ.
ເຄື່ອງທີ່ນໍາໄປມອບໃນຄັ້ງນີ້, ແມ່ນໄດ້ລະດົມຈາກພາກສ່ວນຕ່າງໆ ຊຶ່ງປະກອບມີ ໝີ່ໄວໆສໍາເລັດຮູບ, ປາກະປ໋ອງ, ແປງນົວ ແລະ ເຂົ້າສານ ຈໍານວນ 10 ໂຕນ ລວມມູນຄ່າ 190.000.000 ລ້ານກີບ. ກ່າວຮັບໂດຍ ທ່ານ ສີພອນ ມິດໄມຕີ ຮອງເລຂາພັກເມືອງຮອງເຈົ້າເມືອງໆວຽງຄຳ ແຂວງວາງພະບາງ. ການລົງເຄື່ອນໄຫວຄັ້ງນີ້, ໄດ້ລົງໄປຕິດຕາມບ້ານທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຕົວຈິງ ແລະ ມອບວັດຖຸປັດໄຈໃຫ້ແກ່ອົງການປົກຄອງຂັ້ນບ້ານພາຍໃນເມືອງວຽງຄຳ ແຂວງຫຼວງພະບາງ ໂດຍສະເພາະມອບໃຫ້ປະຊາຊົນທີ່ຖືກຜົນກະຈາກໄພນ້ຳຖ້ວມມີ 358 ຄອບຄົວ ໂດຍກວມເອົາ 12 ໝູ່ບ້ານ.
ໃນໂອກາດນີ້, ທ່ານຮອງເຈົ້າເມືອງ ໄດ້ສະແດງຄວາມຍ້ອງຍໍ ແລະ ຂອບໃຈຕໍ່ການມາຊ່ວຍເຫຼືອຄັ້ງນີ້ ພ້ອມທັງລາຍງານຜົນກະທົບຈາກໄພພິບັດນໍ້າຖ້ວມໂດຍຫຍໍ້ໃຫ້ຄະນະນຳສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮັບຊາບ.
(ຂ່າວ-ພາບ: ຄຳສິງ ວິໄລຄຳ)