ໃນໂອກາດເຄື່ອນໄຫວເຮັດວຽກຢູແຂວງເຊກອງໃນວັນທີ 4 ກັນຍາຜ່ານມາ, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ກຽດພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານວ່າ: ຄະນະພັກແຂວງ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ສາມດຍາດໄດ້ຜົນສໍາເລັດຫຼາຍດ້ານ. ໃນນີ້, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງຄາດຄະເນໝົດປີ 2024 ບັນລຸໄດ້ 6% ລວມຍອດຜະລິດຕະພັນພາຍໃນ (GDP) ເທົ່າກັບ 3.057 ຕື້ກີບ ແລະ ມູນຄ່າ (GDP) ສະເລ່ຍໃສ່ປະຊາກອນ 21,9 ລ້ານກີບ ຫຼື ເທົ່າກັບ 1.017 ໂດລາສະຫະລັດ. ໃນນີ້, ຂະແໜງກະສິກຳ ເພີ່ມຂຶ້ນ 5,3% ກວມເອົາ 59%, ຂະແໜງອຸດສະຫະກຳ ເພີ່ມຂຶ້ນ 9,2% ກວມເອົາ 25,32%, ຂະແໜງບໍລິການ ເພີ່ມຂຶ້ນ 3,9 % ກວມເອົາ 15,68% ຂອງ (GDP), ການເກັບລາຍຮັບເຂົ້າງົບປະມານຈະບັນລຸໄດ້ 318,96 ຕື້ກີບ ເທົ່າກັບ 106,88% (ແຜນ 298,42 ຕື້ກີບ) ແລະ ການສົ່ງອອກສິນຄ້າບັນລຸໄດ້ 86,53 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 33,80% (ແຜນ 256 ລ້ານໂດລາ).
     ໂອກາດດຽວກັນ, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ມີຄໍາເຫັນຊີ້ນໍາໃຫ້ການນໍາແຂວງເຊກອງ ເອົາໃຈໃສ່ນໍາພາ-ຊີ້ນໍາເຊື່ອມຊຶມກົດລະບຽບຂອງພັກໃຫ້ສະມາຊິກພັກ, ພະນັກງານທີ່ເຮັດວຽກວິຊາສະເພາະສຳຄັນຂອງຂະແໜງການລັດໄດ້ຮັບຮູ້ເຂົາໃຈໜ້າທີ່ຂອງຕົນຢ່າງໜັກແໜ້ນ, ສືບຕໍ່ຕິດຕາມກວດກາການຈັດຕັັ້ງສ້າງປະຕິບັດບັນດາກອງປະຊຸມຂອງພັກຢ່າງໃກ້ທິດຕິດແທດ, ເປັນເຈົ້າການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງດ້ວຍຄວາມຮັບຜິດຊອບສູງ ແລະ ເປັນແບຢ່າງນຳໜ້າ, ສືບຕໍ່ກະກຽມຈັດຕັ້ງເຊື່ອມຊຶມ ແລະ ສ້າງຂະບວນການຂຳນັບຮັບຕ້ອນວັນສ້າງຕັ້ງພັກຄົບຮອບ 70 ປີ ທີ່ຈະມາເຖິງມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ອນ ມີຜົນສຳເລັດຢ່າງມີປະສິດທິພາບສູງ, ເອົາໃຈໃສ່ຕິດຕາມຄຸ້ມຄອງຖັນແຖວພະນັກງານ, ສ້າງໃຫ້ມີພະນັກງານສືບທອດທີດີມີຄວາມຮູ້ຄວາມສາມາດແທ້ຈິງ, ກຳແໜນແນວທາງນະໂຍບາຍຂອງພັກ ແລະ ມີແບບແຜນການດຳລົງຊິວິດປອດໃສຂາວສະອາດ, ສືບຕໍ່ເອົາໃຈໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ເອົາໃຈໃສ່ເສຍສະຫຼະສ້າງເງື່ອນໄຂໃຫ້ພະນັກງານສືບທອດໄດ້ມີໂອກາດຮັບຜິດຊອບວຽກງານໃດໜຶ່ງທີ່ເໝາະສົມ ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຢູ່ແຂວງເຊກອງໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.
(ຂ່າວ: ອັດສະວິນ)