ໃນວັນທີ 4 ກັນຍາຜ່ານມາ ທີ່ສະໂມສອນແຂວງຄໍາມ່ວນ ໄດ້ຈັດພິທີພິທີເປີດກອງທຶນ ອົງການພຸດທະສາສະໜາສໍາພັນລາວ (ກອງທຶນ ອພສຂ) ໂດຍມີພະອາຈານໃຫຍ່ ບຸນທາຍ ຈັນທະໄພຈິດ ປະທານອົງການພຸດທະສາສະໜາສໍາພັນລາວແຂວງ (ອພສຂ), ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານການນໍາຂອງແຂວງ, ພຣະເຖຣານຸເຖຣະ, ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.
ກອງທຶນດັ່ງກ່າວ, ສ້າງຕັ້ງຂຶ້ນບົນພື້ນຖານຄວາມເຫັນດີເປັນເອກະພາບ ຂອງກອງປະຊຸມຄົບຄະນະ ອພສຂ, ພາຍໃຕ້ການຄຸ້ມຄອງຕິດຕາມ, ກວດກາ ແລະ ການນໍາພາ ຂອງ ອພສຂ,  ມີບົດບາດໃນການລະດົມທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານຂອງ ອພສ ແລະ ວຽກງານຊ່ວຍເຫຼືອສັງຄົມ.
ໂອກາດນີ້, ຍັງໄດ້ມອບ-ຮັບ ການອຸປະຖໍາກອງທຶນ ຈາກທຸກພາກສ່ວນອົງການຈັດຕັ້ງສັງຄົມ ຊັ້ນຄົນຕ່າງໆ ທັງພາກລັດ ແລະ ເອກກະຊົນ, ຕະຫຼອດຮອດບັນດາບໍລິສັດຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ທັງສູນກາງ ແລະ ທ້ອງຖິ່ນ, ທັງພາຍໃນ ແລະ ຕ່າງແຂວງ ທີ່ໄດ້ໃຫ້ການອຸປະຖໍາ ລວມຍອດເງິນທີ່ໄດ້ຮັບ ທັງໝົດໃນຄັ້ງນີ້ຈໍານວນ 367 ລ້ານກວ່າກີບ.
ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນ ສະເໜີມາຍັງອົງການ ອພສ ທຸກຂັ້ນຈົ່ງໄດ້ນໍາເອົາແຜນຍຸດທະຍາດຂອງອົງການ ອພສຂ ກໍຄືລະບຽບຂອງກອງທຶນ ນໍາໄປເຜີຍແຜ່ໃຫ້ພະສົງສໍາມະເນນທີ່ຢູໃນຄວາມຮັບຜິດຊອບຕົນໃຫ້ຮັບຮູ້ເຂົ້າໃຈ, ສືບຕໍ່ເຜີຍແຜ່ສິນລະທັມ, ກົດລະບຽບວິໄນຂອງສົງໃຫ້ພະສົງສໍາມະເນນປະຕິບັດໃນທໍາ, ສືບຕໍ່ຮັກສາຄວາມສາມັກຄີພາຍໃນສົງໃຫ້ເປັນປຶກແຜ່ນ ແລະ ສຶກສາອົບຮົມຊາວພຸດທະສາສະນິກະຊົນໃຫ້ມີຄວາມເຫຼື້ອມໃສສັດທາໃນພຸດທະສາສະນາ, ໃຫ້ກວດກາຄືນວັດວາອາຣາມພາຍໃນແຂວງ ແລະ ປັບປຸງບູລະນະປະຕິສັງຂອນວັດວາອາຣາມ ອັນຊົງຄຸນຄ່າທາງດ້ານວັດທະນະທໍາ ຕິດພັນກັບປະຫວັດສາດ ແລະ ພຸດທະສາສະໜາ ທີ່ເປັນສູນລວມຈິດໃຈຂອງຊາວພຸດທະສາ ສະນິກະຊົນ ໃຫ້ໄດ້ຮັບການພັດທະນາ. 
(ຂ່າວ: ມະນີວັນ)