ພິທີປະກາດຮັບຮອງເອົາ 83 ໜ່ວຍພັກ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2023 ຂຶ້ນໃນວັນທີ່ 3 ກັນຍາຜ່ານມາ ທີ່ສະໂມສອນເມືອງກາສີ ໂດຍການເປັນປະທານຂອງສະຫາຍ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ ເຈົ້າເມືອງໆກາສີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກຮາກຖານອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ວິໄຊ ດວງນິໄລ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານບົດລາຍງານຫຍໍ້ວ່າ: ທົ່ວເມືອງກາສີ ມີໜ່ວຍພັກທັງໜົດ 138 ໜ່ວຍ, ມີຄະນະພັກຮາກຖານ 13 ຄະນະພັກຮາກຖານ, ໃນນັ້ນມີຄະນະພັກຮາກຖານສຳນັກງານຫ້ອງການ 7 ຄະນະພັກຮາກຖານ ມີ 26 ໜ່ວຍພັກຂຶ້ນກັບ, ມີຄະນະພັກຮາກຖານບ້ານໃຫ່ຍ 6 ຄະນະພັກຮາກຖານ ມີ 18 ໜ່ວຍພັກຂຶ້ນກັບ, ໜ່ວຍພັກສຳນັກງານຫ້ອງການມີ 20 ໜ່ວຍພັກ(ໜ່ວຍພັກເອກະລາດ), ໜ່ວຍພັກໂຮງຮຽນມີ 29 ໜ່ວຍພັກ (ໜ່ວຍພັກເອກະລາດ), ໜ່ວຍພັກບ້ານມີ 45 ໜ່ວຍພັກ (ໜ່ວຍພັກເອກະລາດ), ມີສະມາຊີກທັງຫມົດ 1,915 ສະຫາຍ ຍິງ 455 ສະຫາຍ.
ສະຫາຍ ລຳພັນ ໄຊຍະບົວພາ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາບັນດາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສະບັບເລກທີ່ 51/ຄປພ.ວຈ. ລົງວັນທີ່ 22 ກຸມາ 2024 ມີທັງໜົດ 899 ໜ່ວຍພັກ, ສຳລັບເມືອງກາສີມີ 83 ໜ່ວຍພັກ, ໜ່ວຍພັກຮາກຖານມີ 52 ໜ່ວຍພັກ, ໜ່ວຍພັກຮາກຖານທີ່ຂຶ້ນກັບມີ 31 ໜ່ວຍພັກ. ຈາກນັ້ນກໍໄດ້ມີການມອບໃບຢັ້ງຢືນໃຫ້ແຕ່ລະໜ່ວຍພັກ ຊຶ່ງໃຫ້ກຽດມອບໂດຍສະຫາຍ ອຳໄພ ໂສລັດຕະນະວົງ ແລະ ຮັບໂດຍຕາງໜ້າແຕ່ລະໜ່ວຍພັກ.
ຕອນທ້າຍສະຫາຍ ອຳໄພ ໂສລັດຕະນະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກບາງບັນຫາທີ່ສຳຄັນ ເປັນຕົ້ນແມ່ນດ້ານການເມືອງແນວຄິດຂອງຄະນະພັກຮາກຖານໃຫ້ເອົາໃຈໃສ່ສຶກສາອົບຮົມສະມາຊີກພັກພາຍໃນໜ່ວຍພັກຂອງຕົນເອງ ໃຫ້ປະຕິບັດລະບຽບກົດໝາຍທີ່ທາງຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ສ້າງໃຫ້ໜ່ວຍພັກຂອງຕົນໄດ້ຮັບໃບຢັ້ງຢືນໜ່ວຍພັດປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ໄດ້ທຸກໆປີ.
(ພາບ+ຂ່າວ ນ ສາຍສະໝອນ)