ຕາມການໃຫ້ສໍາພາດຂອງທ່ານ ສົມເພັດ ແສງສີຄໍາ ຜູ້ບໍລິຫານໂຮງແຮມທີວລິບ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວແຂວງຫຼວງນໍາທາໃນທ້າຍເດືອນ ສິງຫາຜ່ານມາວ່າ: ໂຮງແຮມທີວລິບໄດ້ສ້າງຕັ້ງຂຶ້ນໃໝ່ບໍ່ເຖິງປີ ແລະ ໄດ້ເປີດການບໍລິການມາແຕ່ວັນທີ 1 ເດືອນຕຸລາ 2023 ໂດຍການລົງທຶນຂອງເອກະຊົນລາວ 100% ໃນມູນຄ່າການລົງທືນທັງໝົດ 15 ຕື້ກວ່າກີບ, ໂຮງແຮມທີວລິບມີສະຖານທີ່ຕັ້ງຢູ່ບ້ານຫຼວງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ  ຫ່າງຈາກສະໜາມບີນຂອງແຂວງໄປທາງບ້ານນໍ້າແງ້ນ ປະມານ 200 ແມັດ, ໂຮມແຮມທີວລິບ ມີສະຖານທີ່ກ້ວາງຂວາງ, ເປັນອາຄານ 2 ຊັ້ນ, ມີ 18 ຫ້ອງນອນ. ໃນນີ້ ມີຫ້ອງນອນ VIP 2 ຫ້ອງ, ຫ້ອງນອນ ຕຽງດ່ຽວ 9 ຫ້ອງ, ຫ້ອງນອນຕຽງຄູ່ 7 ຫ້ອງ, ແຕ່ລະຫ້ອງມີຄວາມສະອາດກ້ວາງຂວາງ, ມີອຸປະກອນເຟີນີເຈີຮັບໃຊ້ຄົບຊຸດ, ສ່ວນລາຄາເລີ່ມຕົ້ນແຕ່ 500,000 - 1,800,000 ກີບຕໍ່ຫ້ອງຕໍ່ຄືນ.  ນອກນັ້ນ, ທາງໂຮງແຮມຍັງມີຫ້ອງແຖວໄວ້ຄອຍບໍລິການທ່ານ 8 ຫ້ອງ ລາຄາ 300,000 ກີບຕໍ່ຫ້ອງຕໍ່ຄືນ, ພ້ອມນີ້ ຍັງມີສະຖານທີ່ເດັກຫຼີ້ນ, ມີຮ້ານກິນດື່ມ, ຮ້ານອາຫານ ແລະ ມີສະຖານທີ່ຈອດລົດກ້ວາງຂວາງ, ພ້ອມທັງມີການບໍລິການລົດຕູ້ຮັບສົ່ງແຂກ,  ເຊົ່າລົດຈັກ, ລົດຖີບ ໄວ້ບໍລິການຕື່ມອີກ.
    ທ່ານ ສົມເພັດ ແສງສີຄໍາ ຍັງໄດ້ຖືເອົາໂອກາດນີ້ ເຊີນຊວນບັນດາທ່ານແຂກທັງພາຍໃນ ແລະ ຕ່າງປະເທດກໍຄືນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ອງທ່ຽວ ແລະ ຢ້ຽມຢາມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ສາມາດເຂົ້າມາພັກ - ເຊົາ ຢູ່ທີ່ໂຮມແຮມທີວລີບຂອງພວກເຮົາໄດ້ ຍິນດີຕ້ອນຮັບທຸກໆທ່ານ.
(ຂ່າວ: ສົມພອນ ຂຸນດາວົງ)