ໃນວັນທີ 4 ກັນຍາຜ່ານມາ, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງຈຳພອນ ແຂວງສະຫວັນນະເຂດ ພ້ອມຄະນະຕ້ານໄຟພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບນ້ຳຖ້ວມເຂດບ້ານໜອງຫຍ້າມ້າ (ຄຸ້ມ3) ເມືອງຈຳພອນ ເນື່ອງຈາກຝົນທີີ່ຕົກໜັກໃນຕອນເຊົ້າຂອງວັນທີ 4 ກັນຍາ 2024 ເຮັດໃຫ້ນໍ້າເພີ່ມຂຶ້ນຢ່າງໄວວາ ແລະ ໄຫຼເຂົ້າຖ້ວມບ້ານດັ່ງກ່າວ ເຮັດໃຫ້ເນື້ອທີ່ຜະລິດກະສິກຳ ແລະ ບ້ານເຮືອນ, ເລົ້າເຂົ້າຂອງປະຊາຊົນໄດ້ຮັບຜົນກະທົບ.
        ໃນການລົງຕິດຕາມໃນຄັ້ງນີ້ ເຫັນວ່າບ້ານໜອງຫຍ້າມ້າ ມີເນື້ອທີ່ນາປີທີ່ຖືກຜົນກະທົບຈຳນວນ 105 ເຮັກຕາ, ເນື້ອທີ່ດິນປຸກສ້າງ 3.285 ຕາແມັດ, ມີພົນລະເມືອງທັງໝົດ 342 ຄົນ ຍິງ 175 ຄົນ, ມີ 21 ຫຼັງຄາເຮືອນ. ໃນນັ້ນ ມີເຮືອນທີ່ຖືກນ້ຳເຊາະເຈື່ອນ ແລະ ເລົ້າເຂົ້າຖືກເສຍຫາຍ ຊຶ່ງເປັນຄອບຄົວຂອງທ່ານ ພູທອນ ແສງສຸລິຈັນ. ປັດຈຸບັນ, ທາງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄດ້ຊ່ວຍກັນມ້າງເຮືອນທີ່ໄດ້ຮັບຜົນກະທົບເພື່ອຫຼຸດຄວາມເສຍຫາຍ, ນອກນັ້ນ ຍັງມີ 3 ຄອບຄົວທີ່ຍັງມີຄວາມສ່ຽງໃນການເຊາະເຈື່ອນຂອງຕະຝັ່ງຫ້ວຍ ຄືເຮືອນຂອງທ່ານ ໄຂ ສີດາອ່ອນ, ເຮືອນຂອງທ່ານ ບຸນທະວີ ເທບວົງສາ, ເຮືອນ ນາງ ຄຳພຸກ ແສງສຸລິຈັນ.
      ໂອກາດນີ້, ທາງຄະນະການນຳເມືອງ ຍັງໄດ້ມອບເຄື່ອງຊ່ວຍເຫຼືອເບື້ອງຕົ້ນໃຫ້ຄອບຄົວທີ່ຝົນກະທົບ ຊຶ່ງເຄື່ອງທີ່ນຳໄປມອບມີ:  ເສື່ອ, ໝອນ, ສາດ, ຜ້າຫົ່ມ ແລະ ນ້ຳດື່ມ 50 ແພັກ ລວມມູນຄ່າທັງໝົດ 4,1 ລ້ານກີບ.
(ຂ່າວ: ສະຫວັນ)