ສປປລາວສະແດງຄວາມພາກພູມໃຈໃນການເຂົ້າເປັນສະມາຊິກຂອງສະຫະພັນອາຫານໃນໂຮງຮຽນ ຊຶ່ງເປັນສະຫະພັນລະດັບສາກົນທີ່ໄດ້ເອົາໃຈໃສ່ຮ່ວມກັນເພື່ອເສີມສ້າງຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາແລະສະຫວັດດີການຂອງເດັກໂດຍຜ່ານແຜນງານອາຫານໃນໂຮງຮຽນແບບຄົບວົງຈອນ. ບາດກ້າວອັນສຳຄັນດັ່ງກ່າວສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນຂອງລັດຖະບານລາວຢ່າງຕໍ່ເນື່ອງໃນການປັບປຸງດ້ານສຸຂະພາບແລະການສຶກສາຂອງເດັກນ້ອຍໃນຂອບເຂດທົ່ວປະເທດ.
ພິທີລົງນາມໄດ້ຈັດຂຶ້ນໃນວັນທີ 4 ກັນຍານີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ຕາງໜ້າລັດຖະບານລາວ ໂດຍທ່ານ ພຸດ ສິມມາລາວົງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ແຂກຖືກເຊີນ ຈາກພາກລັດ-ອົງການຈັດຕັ້ງສາກົນ.ການເຂົ້າຮ່ວມສະຫະພັນດັ່ງກ່າວ, ສປປລາວພ້ອມດຽວກັນກັບອີກເກືອບ100 ປະເທດໃນທົ່ວໂລກແມ່ນມີຈຸດມຸ່ງໝາຍທີ່ສອດຄ່ອງກັນໃນການຂະຫຍາຍແລະປັບປຸງວຽກງານອາຫານໃນໂຮງຮຽນເພື່ອເປັນການລົງທຶນທີ່ມີຄວາມໝາຍສຳຄັນໃຫ້ແກ່ເດັກນ້ອຍໃນອະນາຄົດ. ຈຸດປະສົງຂອງສະຫະພັນ ແມ່ນເພື່ອຮັບປະກັນວ່າເດັກນ້ອຍທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພຊະນາການໃນໂຮງຮຽນພາຍໃນປີ2030, ໂດຍໃຫ້ການສະໜັບສະໜູນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs), ໂດຍສະເພາະເປົ້າໝາຍທີ 2 (ລຶບລ້າງຄວາມອຶດຫິວ) ແລະເປົ້າໝາຍທີ4 (ຮັບປະກັນການສຶກສາໃຫ້ມີຄຸນນະພາບ).
ການເຂົ້າຮ່ວມເປັນສະມາຊິກສະຫະພັນອາຫານໃນໂຮງຮຽນຂອງສປປລາວຖືເປັນຂີດໝາຍອັນສຳຄັນຂອງປະເທດໃນການປັບປຸງການບັນລຸເປົ້າໝາຍດ້ານການສຶກສາໂດຍຜ່ານຜົນການຮຽນທີ່ເພີ່ມຂຶ້ນ, ພ້ອມດຽວກັນກັບການຫຼຸດຜ່ອນຄວາມສ່ຽງຕໍ່ກັບການຂາດສານອາຫານຂອງເດັກນ້ອຍ. ຫຼາຍກວ່າ33% ຂອງເດັກນ້ອຍໃນສປປລາວຍັງປະສົບກັບບັນຫາການຂາດສານອາຫານແບບຊໍ້າເຮື້ອຊຶ່ງສົ່ງຜົນກະທົບຕໍ່ການພັດທະນາທາງດ້ານສະຕິປັນຍາແລະຜົນການຮຽນຂອງເຂົາເຈົ້າ.ປັດຈຸບັນແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ກວມເອົາປະມານ25% ຂອງໂຮງຮຽນປະຖົມທັງໝົດໃນທົ່ວປະເທດຊຶ່ງໃນນັ້ນມີເດັກນ້ອຍປະມານ250.000 ຄົນໄດ້ຮັບຜົນປະໂຫຍດຈາກວຽກງານດັ່ງກ່າວ.ໃນຖານະທີ່ເປັນສະມາຊິກໃໝ່ຂອງສະຫະພັນອາຫານໃນໂຮງຮຽນ, ສປປລາວຈະສຸມໃສ່ການສົ່ງເສີມແລະການຂະຫຍາຍແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ດ້ວຍການຮ່ວມມືກັບບັນດາຄູ່ຮ່ວມພັດທະນາທັງພາຍໃນແລະຕ່າງປະເທດເພື່ອປັບປຸງແລະພັດທະນາແຜນງານໃຫ້ມີຄວາມຍືນຍົງແລະຕອບສະໜອງຄວາມຕ້ອງການດ້ານສານອາຫານຂອງນັກຮຽນ, ພ້ອມກັນນັ້ນກໍຈະສົ່ງເສີມການສະໜັບສະໜູນການຜະລິດກະສິກຳແລະເສດຖະກິດທ້ອງຖິ່ນອີກດ້ວຍ.
ໃນການເຂົ້າຮ່ວມສະຫະພັນອາຫານໃນໂຮງຮຽນ, ສປປລາວມີຈຸດປະສົງເພື່ອເປີດໂອກາດໃນການແລກປ່ຽນປະສົບການແລະນຳໃຊ້ຄວາມຊຳນິຊຳນານ, ຊັບພະຍາກອນແລະໝູນໃຊ້ບົດຮຽນທີ່ດີຂອງສາກົນເພື່ອແກ້ໄຂບັນຫາ ແລະ ສິ່ງທ້າທາຍຂອງ ສປປ ລາວ.
ທ່ານ ພຸດ ສິມມາລາວົງໄດ້ກ່າວວ່າ: “ການເຂົ້າຮ່ວມເປັນສະມາຊິກຂອງສະຫະພັນອາຫານໃນໂຮງຮຽນແມ່ນບາດກ້າວອັນສຳຄັນຕໍ່ກັບຍຸດທະສາດແຫ່ງຊາດຂອງປະເທດໃນການປັບປຸງສຸຂະພາບແລະການສຶກສາຂອງເດັກ. ການໃຫ້ອາຫານທີ່ມີໂພຊະນາການໃນໂຮງຮຽນແມ່ນມີຄວາມຈໍາເປັນບໍ່ພຽງແຕ່ເພື່ອເຮັດໃຫ້ນັກຮຽນມີສຸຂະພາບແຂງແຮງເທົ່ານັ້ນ, ແຕ່ຍັງເຮັດໃຫ້ເຂົາເຈົ້າບັນລຸຜົນສໍາເລັດດ້ານການຮຽນຮູ້ແລະກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ພວກເຮົາຫວັງວ່າຈະເຮັດວຽກຮ່ວມກັບຄູ່ຮ່ວມງານໃນລະດັບສາກົນ ແລະ ພາກພື້ນເພື່ອສ້າງອະນາຄົດທີ່ສົດໃສສໍາລັບເດັກນ້ອຍຂອງພວກເຮົາ."
ທ່ານ ນາງ ຊີວແລັງ ຊູອອກໄດ້ເນັ້ນຢ້ຳວ່າ: “ລັດຖະບານຝຣັ່ງ ມີຄວາມດີໃຈຢ່າງຍິ່ງທີ່ ສປປລາວເຂົ້າເປັນສະມາຊິກສະຫະພັນອາຫານໃນໂຮງຮຽນ ເພາະວ່າລັດຖະບານຝຣັ່ງໄດ້ມີສ່ວນຮ່ວມໃນການສະໜັບສະໜູນໃນການເຂົ້າເປັນສະມາຊິກ. ສປປ ລາວ ແມ່ນໜຶ່ງໃນບັນດາປະເທດບູລິມະສິດ ຂອງລັດຖະບານຝຣັ່ງໃນການປັບປຸງວຽກງານດ້ານໂພຊະນາການເນື່ອງຈາກລັດຖະບານລາວໄດ້ຖືເອົາວຽກອາຫານທ່ຽງໃນໂຮງຮຽນເປັນວຽກບູລິມະສິດອັນໜຶ່ງ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາປະເທດ ແລະ ປະຊາຊົນ. ດັ່ງນັ້ນ, ລັດຖະບານຝຣັ່ງ ຈຶ່ງໄດ້ໃຫ້ການສະໜັບສະໜູນໃນການປັບປຸງຕໍ່ກັບບັນຫາຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ການຂາດສານອາຫານໃນ ສປປ ລາວ ໂດຍຜ່ານອົງການອາຫານໂລກນັບແຕ່ປີ 2019 ເປັນຕົ້ນມາ, ດ້ວຍການປະກອບສ່ວນເປັນຈຳນວນງົບປະມານ3,3 ລ້ານເອີໂຣ.” ພິທີລົງນາມ ໄດ້ມີຂຶ້ນໃນວັນທີ 4  ກັນຍານີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ.
ສປປລາວໄດ້ມີແຜນພັດທະນາແຫ່ງຊາດດ້ານໂພຊະນາການໃນໂຮງຮຽນນັບຕັ້ງແຕ່ປີ2000, ຮ່ວມກັບຄູ່ຮ່ວມງານເຊັ່ນ: ອົງການອາຫານໂລກ (WFP), ອົງການບັນເທົາທຸກກາໂຕລິກ (CRS) ແລະທະນາຄານໂລກ, ຊຶ່ງໄດ້ຮັບການສະໜັບສະໜູນຈາກຜູ້ໃຫ້ທຶນຫຼາຍປະເທດດ້ວຍກັນ. ແຜນງານສົ່ງເສີມວຽກງານອາຫານທ່ຽງໃນໂຮງຮຽນໄດ້ດຳເນີນການຈັດຕັ້ງປະຕິບັດຢ່າງເປັນທາງການໃນປີ2010ໃນເຂດພື້ນທີ່ບູລິມະສິດຂອງລັດຖະບານໂດຍສະເພາະໃນບັນດາຂົງເຂດທີ່ມີຄວາມສ່ຽງຕໍ່ດ້ານສະບຽງອາຫານແລະການຂາດສານອາຫານສູງ.ໃນປີ2020, ລັດຖະບານສປປລາວໄດ້ຈັດສັນງົບປະມານເພື່ອສົ່ງເສີມວຽກງານອາຫານໃນໂຮງຮຽນແລະ ໃນປີ2022ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກດຳລັດວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ.
ການເຂົ້າຮ່ວມດັ່ງກ່າວ    ຍັງໄດ້ສ້າງໂອກາດໃຫ້ສປປລາວໃນການເຂົ້າຮ່ວມການສົນທະນາໃນລະດັບສາກົນ, ແລກປ່ຽນປະສົບການແລະຮຽນຮູ້ຈາກຜົນສຳເລັດຂອງບັນດາປະເທດທີ່ເປັນສະມາຊິກ. ໂດຍລວມແລ້ວ, ແມ່ນຈະຊ່ວຍໃຫ້ສປປລາວສາມາດບັນລຸບັນດາເປົ້າໝາຍການພັດທະນາໃນລະດັບຊາດແລະສາກົນຕາມກຳນົດເວລາທີ່ເໝາະສົມແລະທ້າຍສຸດແລ້ວກໍປະກອບສ່ວນເຂົ້າໃນການພັດທະນາສັງຄົມໃຫ້ມີຄວາມເຂັ້ມແຂງ, ມີການສຶກສາແລະມີຄວາມຈະເລີນຮຸ່ງເຮືອງຫຼາຍຂຶ້ນ.
ສະຫະພັນອາຫານໃນໂຮງຮຽນແມ່ນການຄຸ້ມຄອງ-ບໍລິຫານຮ່ວມກັນໃນລະດັບສາກົນ ຊຶ່ງປະກອບມີ: ລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານແລະຄູ່ຮ່ວມງານພາກເອກະຊົນທີ່ມີຄວາມມຸ່ງໝັ້ນເພື່ອຮັບປະກັນວ່າເດັກນ້ອຍທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພຊະນາການໃນໂຮງຮຽນພາຍໃນປີ2030. ສະຫະພັນດັ່ງກ່າວແມ່ນສະໜັບສະໜູນບັນດາປະເທດຕ່າງໆໃນການອອກແບບແລະການຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນທີ່ມີປະສິດທິພາບເພື່ອປັບປຸງວຽກງານດ້ານໂພຊະນາການ, ການສຶກສາ, ການປົກປ້ອງທາງສັງຄົມແລະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ສະຫະພັນອາຫານໃນໂຮງຮຽນໄດ້ລິເລີ່ມຈັດຕັ້ງປະຕິບັດໃນປີ2021 ແລະ ປັດຈຸບັນມີຈຳນວນສະມາຊິກ 100ປະເທດ, 3 ອົງການຈັດຕັ້ງທີ່ກ່ຽວຂ້ອງໃນເຂດພາກພື້ນແລະຫຼາຍກວ່າ130 ອົງການຈັດຕັ້ງທີ່ເປັນຄູ່ຮ່ວມງານ. ສະຫະພັນອາຫານໃນໂຮງຮຽນແມ່ນໄດ້ຮັບການຊີ້ນຳ-ນໍາພາໂດຍຄະນະປະຕິບັດງານທີ່ປະກອບດ້ວຍສະຫະພາບອາຝຣິກາ, ລັດຖະບານຂອງປະເທດຝຣັ່ງ, ຟິນແລນ, ເບຣຊິນ,ເຄນຢາ,ຣູວັນດາ,ຍີ່ປຸ່ນ,ຊູແອດ,ຮອນດູຣັສ,ເຊເນການ,ກົວເຕມາລາ,ໄອແລນແລະສະຫະລັດອາເມຣິກາ. ອົງການອາຫານໂລກແມ່ນເຮັດໜ້າທີ່ເປັນກອງເລຂາຂອງສະຫະພັນດັ່ງກ່າວ.
(ຂ່າວ: ອົງການອາຫານໂລກ)