ຄະນະໂຄສະນາອົບຮົມສູນກາງພັກ ຄອສພ ໄດ້ຈັດກອງປະຊຸມ ເຜີຍແຜ່ຂໍ້ຕົກລົງ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ  28/12/2023 ແລະ ນິຕິກໍາທີ່ກ່ຽວຂ້ອງ ໃນວັນທີ 4 ກັນຍານີ້ ທີ່ ຄອສພ, ໂດຍການເປັນປະທານ ຂອງທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າ ຄອສພ, ມີຄະນະປະຈໍາພັກ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ເພື່ອຮັບຟັງບົດສະຫຼຸບ ການຈັດຕັ້ງປະຕິບັດດໍາລັດ ຂອງລັດຖະບານ ສະບັບເລກທີ  599/ລບ, ລົງວັນທີ 29/9/2021 ວ່າດ້ວຍລົດຂອງລັດຢູ່ ຄອສພ, ເຜີຍແຜ່ເອກະສານແຈ້ງການແນະນໍາ ຂອງກະຊວງການເງິນ ສະບັບເລກທີ 0589/ກງ ລົງວັນທີ 15 ກຸມພາ 2024, ເຜີຍແຜ່ຂໍ້ຕົກລົງ ຂອງທ່ານນາຍົກ ລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ  28/12/2023 ວ່າດ້ວຍການສະສາງລົດຂອງລັດ ແລະ ແນະນໍາປຶ້ມຄູ່ມື ການສະສາງລົດຂອງລັດ. 
ໃນວາລະ, ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄອສພ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂອງລັດຖະບານ ສະບັບເລກທີ 599/ລບ, ລົງວັນທີ 29/9/2021 ວ່າດ້ວຍລົດຂອງລັດຢູ່ ຄອສພ,  ຈາກນັ້ນ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ໄດ້ຂຶ້ນຜ່ານ ເອກະສານຕ່າງໆ ຊຶ່ງໄດ້ກ່າວບາງຕອນສໍາຄັນວ່າ: ວຽກງານການຄຸ້ມຄອງ ແລະ ນໍາໃຊ້ລົດຂອງລັດ ໃນໄລຍະຜ່ານມາເຫັນວ່າພົບຄວາມຫຍຸ້ງຍາກ ແລະ ການຄຸ້ມຄອງກໍຍັງບໍ່ທັນຄົບຖ້ວນ ຕາມທີ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ດຳລັດວ່າດ້ວຍລົດ ຂອງລັດ ໄດ້ກຳນົດໄວ້.  ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ປະຕິບັດໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ຂອງປະເທດເຮົາ. ສະນັ້ນ ເພື່ອເປັນການກະກຽມໃຫ້ແກ່ການກວດກາ, ຈັດສັນ, ດຸ່ນດ່ຽງ ການນໍາໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ ຊຶ່ງເຫັນວ່າ ການສະສາງລົດເກົ່າຂອງລັດກໍແມ່ນເປັນການແກ້ໄຂບັນຫາການນໍາໃຊ້ລົດຂອງລັດໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບການ, ການແກ້ໄຂລົດພະນັກງານບໍານານທີ່ເອົາໄປນໍາໃຊ້ຜ່ານມານັ້ນ ເນື່ອງຈາກລົດປ້າຍລັດບໍລິຫານທີ່ພະນັກງານບຳນານ ນໍາໃຊ້ແມ່ນບໍ່ໄດ້ຕິດ ຄິວອາໂຄດ (QR code) ຊຶ່ງຍັງມີຄວາມສັບສົນກັບລົດ ທີ່ນອນໃນບັນຊີລົດຂອງລັດຕົວຈິງທີ່ນໍາໃຊ້ໃນວຽກງານທາງລັດຖະການ ຂອງແຕ່ລະກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ.
ຈາກນັ້ນ, ທີ່ປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ ວ່າດ້ວຍການສະສາງລົດຂອງລັດ ຊຶ່ງລວມມີ 5 ໜວດ, 12 ມາດຕາ, ແຈ້ງການຂອງກະຊວງການເງິນ ເລກທີ 0589/ກງ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງໃນການຄຸ້ມຄອງ, ນຳໃຊ້ລົດຂອງລັດ, ເຜີຍແຜ່ປື້ມຄູ່ມືແນະນຳຂັ້ນຕອນການຈັດຕັ້ງປະຕິບັດຕີລາຄາລົດ ໂດຍສະເພາະບັນດາທ່ານທີ່ປະຕິບັດວຽກງານຕົວຈິງກ່ຽວກັບການຄຸ້ມຄອງນຳໃຊ້ລົດຂອງລັດແຕ່ລະປະເພດ ໃຫ້ກຳໄດ້ຢ່າງລະອຽດທາງດ້ານຫຼັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ ແລະ ຖອນຄືນລົດຂອງລັດ ແນໃສ່ຫັນກຳມະສິດລົດຂອງລັດທີ່ພະນັກງານນຳໃຊ້ ຊຶ່ງການຈັດຕັ້ງຂອງລັດບໍ່ມີແຜນການນຳໃຊ້ແລ້ວນັ້ນໃຫ້ຂາດຕົວ, ແກ້ໄຂບັນຫາບຸກຄົນ ຫຼື ການຈັດຕັ້ງ ຊຶ່ງບໍ່ນອນໃນອົງການຈັດຕັ້ງຂອງລັດແຕ່ນຳໃຊ້ລົດຂອງລັດໃຫ້ສຳເລັດ, ເພື່ອເປັນການກະກຽມໃຫ້ແກ່ການກວດກາ, ຈັດສັນ, ດຸ່ນດ່ຽງ ການນຳໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ, ແກ້ໄຂລົດທີ່ພະນັກງານບຳນານໄດ້ເອົາໄປນຳໃຊ້ໃນໄລຍະຜ່ານມານັ້ນ.ພ້ອມກັນນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ເອກະສານທີ່ໄດ້ເຜີຍແຜ່ນັ້ນຢ່າງກົງໄປກົງມາບົນພື້ນຖານເພື່ອການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຄວາມເອກະພາບ ແລະ ມີຜົນສຳເລັດ. 
(ຂ່າວ: ແສງຈັນ)