ວິທະຍຸກະຈາຍສຽງຫວຽດນາມ ລາຍງານ, ໃນວັນທີ 4 ກັນຍາ ຜ່ານມາຢູ່ທຳນຽບປະທານປະເທດທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານປະເທດຫວຽດນາມໄດ້ພົບປະກັບຄະນະຜູ້ແທນທີ່ໄດ້ຮັບການຍ້ອງຍໍໃນຂະບວນການແຂ່ງຂັນ “ເປັນເສນາທິການເກັ່ງ, ຮັບໃຊ້ເປັນຢ່າງດີ”.
  ກ່າວຄຳເຫັນໃນພິທີພົບປະ, ທ່ານ ໂຕເລິມ ໄດ້ຊົມເຊີຍສະມາຊິກກຳມະບານ, ລັດຖະກອນ ຫວຽດນາມ ທີ່ໄດ້ຈັດການຜັນຂະຫຍາຍຂະບວນການເປັນຢ່າງດີ ແລະ ຍ້ອງຍໍແບບຢ່າງດີເດັ່ນ ຈຳນວນ150 ຄົນໃນຂະບວນການ “ເປັນເສນາທິການເກັ່ງ, ຮັບໃຊ້ເປັນຢ່າງດີ”. ທ່ານໄດ້ເນັ້ນໜັກວ່າ: ເປົ້າໝາຍຍຸດທະສາດຮອດປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ຕາມກຳນົດທິດສັງຄົມນິຍົມ, ມີລາຍຮັບສູງ. ເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດນັ້ນຢ່າງມີໄຊ ຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງກຳລັງແຮງຈາກຕ່າງປະເທດ, ໃນນັ້ນ, ແຫຼ່ງກຳລັງມະນຸດແມ່ນແຫຼ່ງກຳລັງພາຍໃນສຳຄັນທີ່ສຸດ. 
ທ່ານ ໂຕເລິມກ່າວຕື່ມວ່າ:ຂ້າພະເຈົ້າຫວັງວ່າ, ໃນໜ້າທີ່, ວຽກງານປະຈຳວັນ, ຈາກການເປັນເສນາທິການບັນດາແຜນນະໂຍບາຍ, ນະໂຍບາຍມະຫາພາກ, ຕະຫຼອດຮອດວຽກງານບໍລິຫານ, ຮັບໃຊ້ລະອຽດ, ແຕ່ລະຄົນຕ້ອງຮັບຟັງປະຊາຊົນ, ຕັດສິນໃຈແກ້ໄຂຢ່າງທັນການ, ເຖິງຖອງ, ມີປະສິດທິຜົນບັນດາບັນຫາເກີດຂຶ້ນທີ່ກ່ຽວຂ້ອງເຖິງການດຳລົງຊີວິດ, ການຫາເງິນລ້ຽງຊີບຂອງປະຊາຊົນ ແລະ ຄວາມຫຍຸ້ງຍາກຂອງອົງການຈັດຕັ້ງ, ວິສາຫະກິດ. ຕ້ອງຖືຕົນເອງເປັນປະຊາຊົນຈຶ່ງໃຫ້ຄຳປຶກສາ, ສະເໜີແຜນນະໂຍບາຍ, ນະໂຍບາຍ ຫຼື ແກ້ໄຂບັນດາລະບຽບການບໍລິຫານມີປະສິດທິຜົນໄດ້”.