ຂ່າວສານຊີອາໄອລາຍງານໃນວັນທີ 5 ກັນຍານີ້ວ່າ:ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມແລະ ກ່າວຄຳປາໄສໃນພິທີເປີດກອງປະຊຸມສຸດຍອດຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງກ່າວວ່າ: ໃນ 3 ປີຂ້າງໜ້າ, ຈີນຍິນດີຮ່ວມກັບອາຟຣິກາຊຸກຍູ້ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອຊຸກຍູ້ການຖອດຖອນບົດຮຽນດ້ານອະລິຍະທຳຄວາມທັນສະໄໝ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອສ້າງຄວາມຈະເລີນຮຸ່ງເຮືອງດ້ານການຄ້າ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອການຮ່ວມມືດ້ານຕ່ອງໂສ້ອຸດສາຫະກຳ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອເຊື່ອມຈອດກັນ, ແຜນປະຕິບັດງານລະຫວ່າງເພື່ອນມິດເພື່ອການຮ່ວມມືດ້ານການພັດທະນາ, ແຜນປະຕິບັດງານລະຫວ່າງເພື່ອນມິດດ້ານສາທາລະນະສຸກ, ແຜນປະຕິບັດງານລະຫວ່າງເພື່ອນມິດສ້າງຄວາມຈະເລີນຮຸ່ງເຮືອງໃຫ້ຊົນນະບົດ, ແຜນປະຕິບັດງານລະຫວ່າງເພື່ອນມິດການແລກປ່ຽນດ້ານວັດທະນະທຳ, ແຜນປະຕິບັດງານລະຫວ່າງເພື່ອນມິດການພັດທະນາສີຂຽວ ແລະ ແຜນປະຕິບັດງານລະຫວ່າງເພື່ອນມິດສ້າງຄວາມໝັ້ນຄົງຮ່ວມກັນ ເພື່ອລົງເລິກການຮ່ວມມືຈີນ-ອາຟຣິກາ ແລະ ນຳພາການສ້າງສາຄວາມທັນສະໄໝຢູ່ພາກໃຕ້ທົ່ວໂລກ.