ຂ່າວສານຊີອາໄອໄດ້ລາຍງານໃນວັນທີ 5 ກັນຍານີ້ວ່າ,ອົງການການຄ້າໂລກໄດ້ເຜີຍແຜ່ບົດລາຍງານໂດຍລະບຸວ່າ:ໃນໄຕມາດທີ 3 ປີ 2024 ນີ້, ການຄ້າສິນຄ້າປະເພດຈັບຕ້ອງໄດ້ທົ່ວໂລກໄດ້ຮັກສາທ່ວງທ່າຟື້ນຄືນໃໝ່ຢ່າງໝັ້ນທ່ຽງ
ອົງການການຄ້າໂລກໄດ້ເຜີຍແຜ່ “ບາໂຣມີເຕີການຄ້າສິນຄ້າປະເພດຈັບຕ້ອງໄດ້” ສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ, ຕົວຊີ້ວັດທ່ວງທ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກແມ່ນ 103, ສູງກວ່າຈຸດພື້ນຖານທີ່ເປັນ 100, ເພີ່ມຂຶ້ນໜ້ອຍໜຶ່ງເມື່ອທຽບໃສ່ 100,6 ໂຕເລກທີ່ປະກາດໃນເດືອນມີນາປີນີ້. ຕົວຊີ້ວັດດັ່ງກ່າວສະແດງໃຫ້ເຫັນວ່າ, ຍອດມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ທົ່ວໂລກໃນໄຕມາດທີ 2 ແລະ ໄຕມາດທີ 3 ປີ 2024 ນີ້ຍັງຮັກສາການເຕີບໂຕ.
ເນື້ອໃນບົດລາຍງານລະບຸຕື່ມວ່າ, ໃນໄຕມາດທີ 1 ປີ 2024, ຍອດມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ທົ່ວໂລກໄດ້ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ແລະເພີ່ມຂຶ້ນ 1,0%ເມື່ອທຽບໃສ່ໄຕມາດທີ 4 ປີ 2023. ໂຕເລກຂໍ້ມູນ ໃນໄລຍະມໍ່ໆມານີ້ສະແດງໃຫ້ເຫັນວ່າ, ການເຕີບໂຕດ້ານການຄ້າຢູ່ເອີຣົບແມ່ນຕ່ຳກວ່າການຄາດຄະເນ, ຂະນະທີ່ການເຕີບໂຕດ້ານການຄ້າຂອງພາກພື້ນອື່ນແມ່ນສູງກວ່າການຄາດຄະເນ.