ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍາ ຜ່ານມາວ່າ:ທ່ານ ໂມຮຳເໝັດ ບີນ ອັບດຸນລາ ອັລຈາດານ ລັດຖະມົນຕີກະຊວງການເງິນ ຂອງຊາອຸດິດ ອາຣັບບີ ປະກາດວາງເປົ້າໝາຍສ້າງຕັ້ງບໍລິສັດ ເຕັກໂນໂລຊີທາງດ້ານການເງິນ (fintech)ຈຳນວນ 525 ແຫ່ງພາຍໃນປີ 2030 ເພື່ອກະຕຸກຊຸກຍູ້ຂະແໜງທຸລະກິດfintech ຫຼືທຸລະກິດເຕັກໂນໂລຊີ.
ທ່ານ ອັລຈາດານ ກ່າວໃນກອງປະຊຸມfintech 24 ຄັ້ງທີ 1 ວ່າ: ປັດຈຸບັນມີບໍລິສັດfintech ໃນຊາອຸດິດ ອາຣັບບີ ຈຳນວນ 224 ແຫ່ງ ຊຶ່ງສູງເກີນເປົ້າໝາຍທີ່ຕັ້ງໄວ້ວ່າຈະມີ ບໍລິສັດfintech 168 ແຫ່ງພາຍໃນໄຕມາດສອງ (ເມສາ - ມິຖຸນາ) ຂອງປີ 2024.
ຊາອຸດິດ ອາຣັບບີ ເລັ່ງການປ່ຽນຜ່ານທາງດີຈີຕອນ ແລະ ຊຸກຍູ້ການຂະຫຍາຍຕົວທາງເສດຖະກິດທີ່ຍືນຍົງ, ໂດຍ ທ່ານ ອັລຈາດານ ກ່າວວ່າ: ໂຄງສ້າງພື້ນຖານການຊຳລະເງິນຂັ້ນສູງ ແລະ ຂະແໜງທຸລະກິດທະນາຄານອັນແຂ່ງແກ່ງຂອງ ຊາອຸດິດ ອາຣັບບີ ເປັນຈຸດແຂງສຳຄັນໃນການສົ່ງເສີມລະບົບ fintech.
ໃນກອງປະຊຸມfintech 24 ຄັ້ງທີ 1 ມີການນຳທາງອຸດສາຫະກຳ, ນັກລົງທຶນ ແລະ ຜູ້ຊ່ຽວຊານຮ່ວມກັນປຶກສາຫາລືກ່ຽວກັບໂອກາດ ແລະ ຄວາມທ້າທາຍໃນຂະແໜງທຸລະກິດ fintech, ໂດຍກອງປະຊຸມນີ້ຈັດໂດຍໂຄງການພັດທະນາຂະແໜງການເງິນ, ທະນາຄານກາງ ຊາອຸດິດ ອາຣັບບີ, ອົງການກຳກັບເບິ່ງແຍງຕະຫຼາດທຶນ ແລະ ອົງການປະກັນໄພ.