ວິທະຍຸກະຈາຍສຽງຫວຽດນາມລາຍງານ, ໃນວັນທີ 3 ກັນຍາ ຜ່ານມາຫ້ອງການປະສານງານບັນຫາມະນຸດສະທຳຂອງສະຫະປະຊາຊາດ (OCHA) ໃຫ້ຮູ້ວ່າ:ມີຜູ້ຕິດພະຍາດໝາກສຸກລີງ (mpox) ປະມານ 367 ຄົນ ແລະເສຍຊີວິດ3 ຄົນ, ມາຮອດປັດຈຸບັນໄດ້ມີການຢັ້ງຢືນຢູ່5 ປະເທດ ອາຟຣິກາຕາເວັນອອກ, ອາຟຣິກາໃຕ້ ແລະ ມີຄວາມວິຕົກກັງວົນວ່າຈຳນວນຜູ້ຕິດພະຍາດອາດຈະເພີ່ມຂຶ້ນ.
ຂ່າວລະບຸວ່າ: ຕາມການຮັບຮອງຂອງອົງການອະນາໄມໂລກ (WHO), ນັບມາຮອດວັນທີ 27 ສິງຫາ ຜ່ານມາມີຜູ້ຖືກສົງໃສຕິດພະຍາດ 22.863 ກໍລະນີ ແລະ5.281 ກໍລະນີໄດ້ຮັບການຢັ້ງຢືນຕິດພະຍາດ, 622 ກໍລະນີເສຍຊີວິດທີ່ກ່ຽວຂ້ອງກັບໄວຣັດ ແລະ ກໍ່ໃຫ້ເກີດພະຍາດໝາກສຸກລີງຕ່າງໆຢູ່ ອາຟຣິກາ. ໃນວັນທີ 14 ສິງຫາ ຜ່ານມາ, WHO ໄດ້ຖະແຫຼງວ່າ: ພະຍາດໝາກສຸກລີງກໍ່ໃຫ້ເກີດສະພາວະສຸກເສີນກ່ຽວກັບສຸຂະພາບປະຊາຄົມໃນທົ່ວໂລກ (PHEIC), PHEIC ແມ່ນລະດັບກ່າວເຕືອນສູງສຸດຂອງ WHO ຕໍ່ພະຍາດໜຶ່ງ.