ພິທີ ປະກາດສ້າງຕັ້ງ ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນຂຶ້ນໃນວັນທີ 3 ກັນຍາຜ່ານມານີ້ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີເລຂາ, ຮອງເລຂາໜ່ວຍພັກຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
    ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ສ້າງຕັ້ງ 3 ໜ່ວຍພັກທີ່ຂຶ້ນກັບຄື: ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່, ໜ່ວຍພັກບໍລິຫານລັດວິສາຫະກິດໄຟຟ້າ ແລະ ໜ່ວຍພັກຫ້ອງການເຕັກນິກໄຟຟ້າ ສາຂາ ແຂວງໄຊສົມບູນ. ພ້ອມນີ້ ພິທີຍັງໄດ້ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄື: ບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນທຽມ ໄຊສົງຄາມ ເປັນເລຂາຄະນະພັກຮາກຖານ, ສະຫາຍ ກ້ານແກ້ວ ສຸວັນນະສີ ເປັນຮອງເລຂາ ທັງເປັນເລຂາໜ່ວຍພັກຫ້ອງການເຕັກນິກໄຟຟ້າ ສາຂາ ແຂວງ, ສະຫາຍ ພອນໄຊ ຕາໂນວັນ ເປັນກໍາມະການ ທັງເປັນຜູ້ກວດກາ, ເປັນເລຂາໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ສະຫາຍ ສົມສັກ ບຸນມາຕາ ເປັນກໍາມະການ ທັງເປັນເລຂາໜ່ວຍພັກບໍລິຫານລັດວິສາຫະກິດໄຟຟ້າ ສາຂາ ແຂວງ ແລະ ສະຫາຍ ນະລົງສອນ ຈັນທະບູລີ ເປັນກໍາມະການ.
(ພາບ-ຂ່າວ: ພາພອນ ນະວົງໄຊ)