ສະພາແຫ່ງຊາດ ຈັດກອງປະຊຸມຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ຕາງໜ້າໂດຍ: ກອງເລຂາຄຸ້ມຄອງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ ແລະ ມູນນິທິ ເວສມິນສເຕີ(WFD) ກ່ຽວກັບໂຄງການ: ສ້າງຄວາມເຂັ້ມແຂງດ້ານການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສົ່ງເສີມພາວະການເປັນຜູ້ນໍາດ້ານການເມືອງ ຂອງແມ່ຍິງໃນລາວ ໃນວັນທີ 3 ກັນຍານີ້ ທີ່ສະພາແຫ່ງຊາດ, ໂດຍການເປັນປະທານ ຂອງທ່ານ ນາງດາວເພັດ ສີຫາວົງຫົວໜ້າກົມການເງິນຮອງຫົວໜ້າກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອ ສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະກົມ ຈາກບັນດາກຳມາທິການ ພາຍໃນ ສະພາແຫ່ງຊາດ, ທ່ານ ນາງ ເພັດມະນີ ໄຊຈະເລີນຫົວໜ້າມູນນິນິ ເວດສມິນສະເຕີ ປະຈຳ ສປປ ລາວ, ທ່ານຜູ້ຕາງໜ້າຈາກກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ. 
ໃນພິທີ, ທ່ານ ນາງ ດາວເພັດ ສີຫາວົງ ໄດ້ກ່າວວ່າ: ຂ້າພະເຈົ້າ ຕາງໜ້າໃຫ້ແກ່ຄະນະເລຂາທິການ ສະພາແຫ່ງຊາດ ກໍຄື ກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອ ສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈຕໍ່ບັນດາທ່ານທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນເພື່ອປຶກສາຫາລື ປະກອບຄໍາຄິດຄໍາເຫັນຕໍ່ກັບຮ່າງບົດບັນທຶກຄວາມເຂົ້າໃຈໂຄງການ ສ້າງຄວາມເຂັ້ມແຂງດ້ານການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສົ່ງເສີມພາວະການເປັນຜູ້ນໍາດ້ານການເມືອງ ຂອງແມ່ຍິງໃນລາວ ເພື່ອນໍາເອົາຜົນຂອງການປຶກສາຫາລື ລາຍງານຄະນະປະຈຳ ສະເໜີຫາກະຊວງຕ່າງປະເທດ ເພື່ອອະນຸມັດຈັດຕັ້ງປະຕິບັດໂຄງການ.
ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ໂອກາດດັ່ງກ່າວ ທ່ານປະທານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເອົາໃຈໃສ່ໃນການຕິດຕາມການສະເໜີບົດ, ປະກອບຄໍາເຫັນ ແລະ ປຶກສາຫາລືຢ່າງກົງໄປກົງມາຕໍ່ກັບ ບົດບັນທຶກຄວາມເຂົ້າໃຈຂອງໂຄງການ ໂດຍສະເພາະແມ່ນວຽກການຕິດຕາມກວດກາຂອງບັນດາກຳມາທິການພວກທ່ານ ພ້ອມທັງວຽກສົ່ງເສີມພາວະການເປັນຜູ້ນໍາຂອງແມ່ຍິງໃນສະພາແຫ່ງຊາດຂອງພວກເຮົາ ເພື່ອຕອບສະໜອງໃຫ້ແກ່ການປະຕິບັດພາລະບົດບາດສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອນໍາຜົນປະໂຫຍດອັນສູງສຸດມາ ໃຫ້ແກ່ປະຊາຊົນ ຕາມ 3 ພາລະບົດບາດຫຼັກ ກໍຄື: ພາລະບົດບາດດ້ານນິຕິບັນຍັດ, ການຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ແລະ ການຕິດຕາມກວດກາ. 
(ຂ່າວ-ພາບ: ແສງຈັນ)