ໃນວັນທີ 3 ກັນຍາ ຜ່ານມາທ່ານ ພູວົງ ພະມີສິດ ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມອບເງິນຈຳນວນ 20 ລ້ານກີບໃຫ້ສນຊ ໂດຍການເປັນກຽດກ່າວຮັບຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສນຊ.
ເງິນທີ່ນໍາມາມອບໃນຄັ້ງນີ້ເພື່ອໃຫ້ສນຊນຳໄປຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພທຳມະຊາດນ້ຳຖ້ວມໃນໄລຍະຜ່ານມາ.
ທ່ານປະທານສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ທ່ານ ພູວົງ ພະມີສິດທີ່ໄດ້ປະກອບສ່ວນເງິນຈຳນວນດັ່ງກ່າວເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພທຳມະຊາດໃນຄັ້ງນີ້.
ຂ່າວ-ພາບ: ເຢຢາງ