ກອງປະຊຸມສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍຂອງໂຄງການແບ່ງປັນຄວາມຮູ້ (KSP), ພາຍໃຕ້ຫົວຂໍ້ “ການປັບປຸງນ່ານຟ້າແລະວົງຈອນບິນຂອງສະໜາມບິນສາກົນຫຼວງພະບາງ” ໄດ້ຈັດຂຶ້ນເມື່ອວັນທີ 3 ກັນຍາຜ່ານມາທີ່ໂຮງແຮມຄຣາວພຣາຊາໂດຍການສະໜັບສະໜູນຈາກກະຊວງເສດຖະກິດແລະການເງິນສເກົາຫຼີແລະຈັດຕັ້ງປະຕິບັດໂດຍອົງການສົ່ງເສີມການຄ້າ-ການລົງທຶນສເກົາຫຼີ (KOTRA) ວຽງຈັນ, ແນໃສ່ຍົກລະດັບອຸດສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວແລະສົ່ງເສີມການຟື້ນຟູເສດຖະກິດຂອງລາວ.ໂດຍມີທ່ານໄຊສົງຄາມມະໂນທຳຮອງລັດຖະມົນຕີກະຊວງໂຍທາທິການ, ໂທລະຄົມມະນາຄົມແລະຂົນສົ່ງ, ທ່ານຊອຍຍອນຊຸງທີ່ປຶກສາອາວຸໂສແລະອະດີດເອກອັກຄະລັດຖະທູດສເກົາຫຼີປະຈຳປະເທດອູຣູກວາຍແລະທ່ານຈອງຢອງຊູ(Jung Yung Soo) ເອກອັກຄະລັດຖະທູດສເກົາຫຼີປະຈຳສປປລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວບໍລິສັດ  Moon Engineering Co., Ltd. ແລະບໍລິສັດ Korean Airport Corporationທຈາກສເກົາຫຼີໄດ້ນຳສະເໜີສິ່ງທ້າທາຍທີ່ເຄີຍພົບພໍ້ແລະແນວທາງໃນການພັດທະນາຊຶ່ງລວມມີການປັບຮູບແບບພື້ນທີ່ຄວບຄຸມ Terminal (TMA), ການປັບປຸງການອອກແບບພື້ນທີ່ນ່ານຟ້າແລະການປັບປຸງວົງຈອນບິນຂອງສະໜາມບິນສາກົນຫຼວງພະບາງພາຍໃນຂົງເຂດ TMA.
ນອກນັ້ນ, ທັງສອງບໍລິສັດຍັງໄດ້ຍົກໃຫ້ເຫັນແນວຄວາມຄິດການອອກແບບໃໝ່ສໍາລັບສະໜາມບິນສາກົນຫຼວງພະບາງລວມທັງນຳສະເໜີລາຍລະອຽດຕ່າງໆຂອງແຜນການໃນປີຖັດໄປຊຶ່ງລວມມີວຽກງານການອອກແບບເພີ່ມຕື່ມແລະການຈັດຝຶກອົບຮົມໃຫ້ຜູ້ຄຸ້ມຄອງການບິນຂອງລາວ.
ທ່ານຊອຍຍອນຊຸງຍັງໄດ້ເນັ້ນໜັກເຖິງຄວາມສຳຄັນແລະຜົນປະໂຫຍດທີ່ໄດ້ຮັບຈາກໂຄງການ, ໂດຍສະເພາະຢ່າງຍິ່ງວຽກງານການປັບປຸງສະໜາມບິນສາກົນຫຼວງພະບາງເພື່ອໃຫ້ໄດ້ມາດຕະຖານແລະສາມາດເປີດເສັ້ນທາງການບິນໂດຍກົງໄປສເກົາຫຼີໄດ້.
ທ່ານໄຊສົງຄາມມະໂນທຳ  ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການສະໜັບສະໜູນຂອງລັດຖະບານສເກົາຫຼີ ໃນການປັບປຸງສິ່ງອຳນວຍຄວາມສະດວກ ແລະລະບຽບການຂອງສະໜາມບິນໃຫ້ທັນສະໄໝຕາມມາດຖານສາກົນ.  ທ່ານຍັງໄດ້ຍົກໃຫ້ເຫັນຄວາມຈຳເປັນອັນສຳຄັນໃນການຝຶກອົບຮົມພະນັກງານກາການບິນ ແລະຮຽກຮ້ອງໃຫ້ສືບຕໍ່ໃຫ້ການສະໜັບສະໜູນດ້ານນີ້ຕື່ມອີກ.
ທ່ານ Jung Yung Soo ສະແດງຄວາມເຊື່ອໝັ້ນວ່າ: ການຮ່ວມມືຄັ້ງນີ້ ຈະເພີ່ມທະວີຄວາມປອດໄພດ້ານການຂົນສົ່ງທາງອາກາດຢູ່ລາວ ແລະ ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດການທ່ອງທ່ຽວ.
ທ່ານພາກຈອງຄິວຜູ້ອຳນວຍການໃຫຍ່ອົງການສົ່ງເສີມການຄ້າ-ການລົງທຶນສເກົາຫຼີ (KOTRA) ວຽງຈັນກ່າວເນັ້ນວ່າ:ການປັບປຸງການຄຸ້ມຄອງນ່ານຟ້າຜ່ານໂຄງການ KSP ສາມາດໃຫ້ສົມບູນຂຶ້ນໄດ້ໂດຍການຍົກລະດັບການປະຕິບັດງານຂອງສະໜາມບິນ, ປັບປຸງແສງສະຫວ່າງໃນອາຄານຜູ້ໂດຍສານແລະບັນດາໂຄງລ່າງພື້ນຖານທີ່ສໍາຄັນອື່ນໆ.  ທ່ານໃຫ້ຮູ້ຕື່ມວ່າ:ການປັບປຸງເຫຼົ່ານີ້ສາມາດບັນລຸໄດ້ໂດຍການຮ່ວມມືພາກລັດ - ເອກະຊົນ (PPP) ຊຶ່ງຈະດຶງດູດການລົງທຶນທັງພາກລັດ ແລະພາກເອກະຊົນໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ຊຶ່ງການພັດທະນາດັ່ງກ່າວບໍ່ພຽງແຕ່ຈະປັບປຸງຄວາມປອດໄພ ແລະປະສິດທິພາບການຂົນສົ່ງທາງອາກາດເທົ່ານັ້ນຫາກຍັງຊ່ວຍຊຸກຍູ້ການພັດທະນາເສດຖະກິດ ແລະຮັດແໜ້ນສາຍພົວພັນທາງເສດຖະກິດລະຫວ່າງສ ເກົາຫຼີ ແລະລາວ.
ໂຄງການ KSP ຄັ້ງນີ້ຄາາດວ່າຈະສາມາດຍົກລະດັບສະໜາມບິນສາກົນຫຼວງພະບາງໃຫ້ໄດ້ມາດຕະຖານອົງການການບິນພົນລະເຮືອນສາກົນ (ICAO), ປັບປຸງຂັ້ນຕອນການບິນແລະສ້າງສະພາບແວດລ້ອມໃນການດໍາເນີນງານໃຫ້ມີຄວາມປອດໄພຫຼາຍຂຶ້ນ.
ການປັບປຸງເຫຼົ່ານີ້ຄາດວ່າຈະດຶງດູດສາຍການບິນຂອງສເກົາຫຼີໃຫ້ເປີດເສັ້ນທາງບິນໂດຍກົງຈາກສະໜາມບິນສາກົນອິນຊອນຫາຫຼວງພະບາງ ຊຶ່ງເປັນຂີດໝາຍອັນສຳຄັນໃນການພັດທະນາການບິນແລະການເຊື່ອມຕໍ່ສາກົນຂອງລາວ. 
ຂ່າວ: ໂກຕຣາ