ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 5 ກັນຍາ ນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ ພ້ອມທັງກ່າວຄຳປາໄສພິເສດພາຍໃຕ້ຫົວຂໍ້ກອງປະຊຸມ.
ທ່ານ ສີຈິ້ນຜິງ ຊີ້ອອກວ່າ, ສຸພາສິດອາຟຣິກາລະບຸວ່າ: “ຜູ້ຮ່ວມເສັ້ນທາງຈຶ່ງເປັນເພື່ອນມິດແທ້”. ຢູ່ບົນເສັ້ນທາງຫັນເປັນທັນສະໄໝ ຈະບໍ່ໃຫ້ຂາດແມ່ນແຕ່ຜູ້ດຽວ ແລະ ບໍ່ອາດຖິ້ມປະເທດໃດໄວ້ທາງຫຼັງ. ຂໍໃຫ້ພວກເຮົາເຕົ້າໂຮມກຳລັງແຮງອັນຍິ່ງໃຫຍ່ຂອງປະຊາຊົນຈີນ-ອາຟຣິກາ ຈຳນວນ 2,8 ຕື້ກວ່າຄົນ, ຮ່ວມກັນກ້າວເດີນໄປຂ້າງໜ້າຢູ່ບົນຂະບວນການຫັນເປັນທັນສະໄໝ,  ຊຸກຍູ້ການຫັນເປັນທັນສະໄໝຂອງພາກໃຕ້ໂລກດ້ວຍຄວາມທັນສະໄໝຂອງຈີນ ແລະ ອາຟຣິກາ, ວາດພາບໃໝ່ໃນປະຫວັດສາດແຫ່ງການພັດທະນາຂອງມວນມະນຸດ, ຮ່ວມກັນຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດອັນສະຫວ່າງສະໄຫວທີ່ມີສັນຕິພາບ ໝັ້ນຄົງ ຈະເລີນຮຸ່ງເຮືອງ ແລະ ກ້າວໜ້າ.